Welcome to Weblog Samouay Portal
F

ດາວພະຈິດ ແກ້ວຕາເວັນ - DaoPhaChit KeoTaVen (Jac Ky)

ລູກ ,ຫຼານ ຂອງຄອບຄົວ "ແກ້ວຕາເວັນ" ພວກຂ້າພະເຈົ້າ: ທ.ດາວພະຈິດ ແກ້ວຕາເວັນ (JacKy) ,ເກີດວັນທີ: 05 ,ເດືອນ 01 ,ປີ 2003 (03/12/2002)


ບ້ານເກີດ: ເທດສະບານເມືອງສະໝ້ວຍ ,ແຂວງສາລະວັນ ,ລາວ;
ໄດ້ເສຍຊີວິດໃນເວລາ: 19 ໂມງ 30 ນາທີ ,ໃນວັນທີ: 16/12/2019 (21/12/2019);
ພິທີປະນະກິດສົບຈັດຂຶ້ນທີ່: 59/5 ,ເທດສະບານເມືອງສະໝ້ວຍ ,ແຂວງສາລະວັນ ,ລາວ;
ສະຖານທີ່ຝັງສົບທີ່ສຸສານ: ບ້ານພີນເບ ,ເມືອງສະໝ້ວຍ ,ແຂວງສາລະວັນ ,ລາວ;
   ຄອບຄົວພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນມາຍັງຍາດຕິພີ່ນ້ອງ ,ໝູ່ຄູ່ຮັກແພງທີ່ຢູ່ໄກ້ ແລະ ຢູ່ໄກທີ່ໄດ້ສະຫຼະເວລາອັນມີຄ່າມາອົບອຸ່ນຈິດໃຈ ,ຊ່ວຍເຫຼືອ ,ຄົບງັນ ແລະ ສົ່ງສະການ ລູກ ,ຫຼານຂອງພວກຂ້າພະເຈົ້າ ໄປສູ່ສຸຂະຕິ;
   ຂໍສະແດງຄວາມຂອບໃຈມາຍັງຄະນະນໍາເມືອງສະໝ້ວຍ ,ຫ້ອງການສຶກສາ ,ຄະນະອໍານວຍການໂຮງຮຽນມັດທະຍົມເທດສະບານ ,ຫ້ອງການໆເງິນ ,ຫ້ອງການສາທາ ,ໂຮງໝໍເມືອງ ,ສ່ວຍສາອາກອນປະຈໍາເມືອງສະໝ້ວຍ - ເມືອງເລົ່າງາມ ແລະ ພິເສດແມ່ນ ກອງບັນຊາການທະຫານຊາຍແດນດ່ານສາກົນລາໄລ ລາວ - ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອຄອບຄົວ "ແກ້ວຕາເວັນ" ໃນພິທີປະນະກິດສົບສໍາເລັດດ້ວຍດີ;
   ໃນງານປະນະກິດສົບ ,ຫາກມີບັນຫາໃດຜິດພາດແມ່ນຂໍອະໄພໃນທີ່ນີ້ດ້ວຍ.
ຂໍຂອບໃຈ!

Không có nhận xét nào:

Đăng nhận xét