Welcome to Weblog Samouay Portal
F
Hiển thị các bài đăng có nhãn Country's News. Hiển thị tất cả bài đăng
Hiển thị các bài đăng có nhãn Country's News. Hiển thị tất cả bài đăng

ໂຄງການ ກໍ່ສ້າງ ,ລົດໄຟ ລາວ - ຈີນ ຄາດວ່າຈະສຳເລັດ ແລະ ເປີດບໍລິການໃນທ້າຍປີ 2021

ໂຄງການ ກໍ່ສ້າງ ,ລົດໄຟ ລາວ - ຈີນ ຄາດວ່າຈະສຳເລັດ ແລະ ເປີດບໍລິການໃນທ້າຍປີ 2021


Read more »

ແຈ້ງການສະພາບເກີດແຜ່ນດິນໄຫວ20191121

ແຈ້ງການສະພາບເກີດແຜ່ນດິນໄຫວ20191121

Read more »

ກົມປ່າໄມ້ ແລະ WWF-Laos ຮ່ວມກັນອະນຸຮັກປ່າໄມ້ຕາມຊາຍແດນ ພາກໃຕ້ລາວ

ຂປລ. ໃນວັນທີ 29 ຕຸລາ 2019 ທີ່ໂຮງແຮມ ເອລາວັນ ຣີເວີໄຊ ນະຄອນປາກເຊ ແຂວງຈຳປາສັກ, ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos) ໄດ້ເຊັນສັນຍາ ບົດບັນທຶກ ຄວາມເຂົ້າໃຈ ແລະ ວາງແຜນການ ຈັດຕັ້ງປະຕິບັດ ໂຄງການຫລຸດຜ່ອນ ການທໍາລາຍປ່າໄມ້ ແລະ ສູນເສຍເນື້ອທີ່ປ່າໄມ້ຕາມແລວຊາຍແດນ (CARBI) ລະຫວ່າງພາກກາງ ສສ ຫວຽດນາມ ແລະ ພາກໃຕ້ ຂອງ ສປປ ລາວ ທີ່ແຂວງສາລະວັນ ແລະ ແຂວງເຊກອງ ໄລຍະ II, ເພື່ອປະກອບສ່ວນເຂົ້າໃນແຜນການປົກປັກຮັກສາ, ຟື້ນຟູ, ການນຳໃຊ້ແບບຍືນຍົງ ແລະ ການອະນຸຮັກຊີວະນາໆພັນ ໃນເຂດສາຍພູຫລວງ ໂດຍການນຳໃຊ້ຮູບແບບ ການອະນຸຮັກທີ່ທັນສະໄໝ, ເຊິ່ງຈະເປັນການສະໜັບສະໜູນລັດຖະບານ ສປປ ລາວ ໃນການ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍຊີວະນາໆພັນ. ຕາງໜ້າເຊັນບົດບັນທຶກຄັ້ງນີ້ໂດຍ ທ່ານ ສົມພອນ ບົວສະຫວັນ ຫົວໜ້າອົງການ ກອງທຶນອະນຸຮັກທຊາມະຊາດໂລກ ປະຈໍາ ສປປ ລາວ ແລະ ທ່ານ ສັງທອງ ສຸທໍາມະໂກດ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ມີບັນດາຕາງໜ້າຈາກພະ ແນກການທີ່ກ່ຽວຂ້ອງ ແຂວງ ເມືອງ ແລະ ພະນັກງານວິຊາການເຂົ້າຮ່ວມ.
ໂຄງການດັ່ງກ່າວ, ຈະຈັດຕັ້ງປະຕິບັດເປັນໄລຍະເວລາ 6 ປີ (2019-2025) ໂດຍໄດ້ຮັບທຶນສະໜັບສະໜູນ ຈາກທະນາຄານເພື່ອການພັດທະນາ ເຢຍລະມັນ KFW, ອົງການ WWF ເຢຍລະມັນ, ສຳນັກງານ ເພື່ອການຮ່ວມມື ພັດທະນາສາກົນ ສະວີເດນ, ອົງການ WWF ສະວີເດນ, ກະຊວງການຕ່າງປະເທດ ຟິນແລນ ແລະ ອົງການ WWF ຟິນແລນ ຈຳນວນ 3.3 ລ້ານກວ່າຢູໂຣ (32 ຕື້ກວ່າກີບ). ກິດຈະກຳຫລັກຂອງໂຄງການປະກອບ ມີ: ຂະຫຍາຍຕາໜ່າງການປົກປັກຮັກສາພື້ນທີ່ປ່າສະຫງວນຢ່າງມີປະສິດຕິພາບ, ສ້າງຄວາມອາດສາມາດໃຫ້ແກ່ໜ່ວຍງານຫລັກໃນການຈັດຕັ້ງປະຕິບັດ ນະໂຍບາຍລະດັບຊາດ ແລະ ລະດັບສາກົນໃນການຄ້າຂາຍໄມ້ ແລະ ສັດປ່າທີ່ຜິດກົດໝາຍ, ລວມມີ ສົນທິສັນຍາ CITES ແລະ ແຜນງານ FLEGT, ພ້ອມກັນນີ້ ຈະເພີ່ມການມີສ່ວນຮ່ວມຂອງຊຸມຊົນໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ຢ່າງມີປະສິດຕິພາບ ແລະ ຍືນຍົງ, ພັດທະນາກົນໄກ ການເງິນແບບຍືນຍົງ ແລະ ນຳສະເໜີຕໍ່ໜ່ວຍງານທີ່ກ່ຽວຂ້ອງພິຈາລະນາ.

ທ່ານ ສັງທອງ ສຸທໍາມະໂກດ ກ່າວວ່າ: ໂຄງການດັ່ງກ່າວໄດ້ກວມເອົາເຂດສາຍພູຫລວງ ມີເນື້ອທີ່ກວມເອົາປະມານ 300.000 ເຮັກຕາ, ເຊິ່ງນອນໃນ 20 ບ້ານເປົ້າໝາຍ ຢູ່ເມືອງກະລືມ ແຂວງ ເຊກອງ ແລະ ເມືອງ ສະໝ້ວຍ, ຕະໂອ້ຍ ແຂວງສາລະວັນ ແລະ ແຂວງ ກວາງຈິ, ແຂວງ ເທືອ ທຽນ ເຫ້ ແລະ ແຂວງ ກວາງນຳ ຂອງ ສສ ຫວຽດນາມ. ເນື້ອທີ່ປ່າໄມ້ໃນເຂດສາຍພູຫລວງ ປັດຈຸບັນ ກຳລັງຖືກທຳລາຍເນື່ອງຈາກການຕັດໄມ້ທີ່ຜິດກົດໝາຍ, ການຫັນປ່ຽນ ພື້ນທີ່ດິນ ແລະ ການລ່າສັດທີ່ຜິດກົດໝາຍ.

ໂຄງການ CARBI ໄລຍະ 1 ໄດ້ສິ້ນສຸດການຈັດຕັ້ງ ປະຕິບັດ ກິດຈະກໍາໃນເດືອນເມສາ ປີ 2017, ເຊິ່ງມີໄລຍະການຈັດຕັ້ງປະຕິບັດທັງໝົດ 6 ປີ. ເຖິງແມ່ນວ່າໂຄງການຈະໄດ້ຮັບຜົນສຳເລັດອັນພົ້ນເດັ່ນ ໃນການປົກປັກ ຮັກສາຊີວະນາໆພັນ, ການຜັນຂະຫຍາຍ ຜົນສຳເລັດ ແມ່ນຍັງຈຳກັດ ເນື່ອງຈາກ ຄວາມອາດສາມາດ ທາງດ້ານວິຊາການ ແລະ ທຶນຮອນຂອງສະຖາບັນຄູ່ຮ່ວມງານຍັງບໍ່ພຽງພໍ.
Read more »

ບໍລິສັດ ສະຕາໂທລະຄົມ ເປີດທົດລອງ 5G ຄວາມໄວສູງ

ຂປລ.ບໍລິສັດ ສະຕາໂທລະຄົມ(ຢູນີເທວ) ໄດ້ເປີດທົດລອງນຳໃຊ້ 5G ຢູ່ກອງປະຊຸມລັດຖະມົນຕີ ICT ອາຊຽນ TELMIN 19 ເຊິ່ງຈັດຂຶ້ນລະຫ່ວາງວັນທີ 19-25 ຕຸລາ ຜ່ານມາ, ທີ່ນະຄອນຫລວງວຽງຈັນ ກໍຄືໃນງານສະເຫລີມສະຫລອງ ຢູນີເທວ ຄົບຮອບ 10 ປີ ທີ່ບໍລິສັດ ສະຕາໂທລະຄົມ, ດ້ວຍຄວາມໄວສູງສຸດໄດ້ເຖິງ 1.7 Gbps (ຖ້າໃຊ້ຄວາມຖີ່ 5G ຢ່າງດຽວ) ແລະ ຖ້າຫາກໃຊ້ ສັນ ຍານ ຮ່ວມ 4G ຈະໄດ້ຄວາມໄວສູງສຸດເຖິງ 2.5 Gbps ເມື່ອນຳໃຊ້ແບບລະບົບ DualCon nec tion ໃຊ້ສັນຍານ ຮ່ວມກັນທັງ 5G ແລະ 4G ແລ້ວສົ່ງຫາອຸປະກອນປາຍທາງ.
ທ່ານ ລິວ ແມັງ ຮ່າ ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາເທເລຄອມ ໄດ້ກ່າວວ່າ: ການທົດລອງ 5G ທີ່ປະສົບຜົນສຳເລັດ ແມ່ນການລິເລີ່ມຂອງເຄືອຂ່າຍ 5G ທີ່ສົມບູນໃນອະນາຄົດອັນໃກ້ນີ້ ເຊິ່ງເປັນບົດບາດຂອງບໍລິສັດ ໃນປັດຈຸບັນ ທີ່ບຸກເບີກໃນການພັດທະນາລະບົບ ດີຈີຕອນ ທີ່ທັນສະໄໝ. ນອກຈາກການມີເຄືອຂ່າຍ 4G ທີ່ສາມາດ ສົ່ງສັນຍານໄດ້ທົ່ວປະເທດແລ້ວ ຢູນີເທວ ຍັງມີເປົ້າໝາຍໃນການສ້າງເຄືອຂ່າຍ 5G ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ, ດ້ວຍຄວາມລະອຽດສູງສຸດ ແລະ ສາ ມາດເຊື່ອມຕໍ່ IoT ເພື່ອນຳໃຊ້ເຂົ້າໃນຜະລິດຕະພັນຂໍ້ມູນຂະໜາດໃຫ່ຍ ເປັນຕົ້ນແມ່ນ ຜະລິດຕະພັນ AI ສາທາລະນະສຸກ, ອຸດສາຫະກຳ, ກະສິກຳ ແລະ ປ່າໄມ້ ເພື່ອຮັບໃຊ້ຂະບວນການຫັນເປັນດີຈີຕອນ. ຕາມແຜນການແລ້ວ, Unitel ຈະສືບຕໍ່ຂະຫຍາຍການທົດລອງເຄືອຂ່າຍມືຖື 5G ໃນບາງແຂວງ ເພື່ອໃຫ້ລູກຄ້າ ສາມາດທົດລອງສຳພັດກັບຄວາມໄວ ທີ່ກຳລັງທົດສອບໃນປັດຈຸບັນ. ນອກນັ້ນ ຢູນີເທວ ຈະສົມທົບ, ລາຍງານຕໍ່ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ເພື່ອຈັດຕັ້ງຜັນຂະຫຍາຍ 5G ໃນທົ່ວປະເທດ.
5G ເຮັດໃຫ້ການນໍາໃຊ້ອິນເຕີເນັດ ມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ເປັນເທັກໂນໂລຊີ ທີ່ລໍ້າສະໄຫມ ທັງແມ່ນເຄືອຂ່າຍມືຖືຍຸກສະໄຫມໃຫມ່ ພາຍຫລັງ 4G ດ້ວຍຄວາມໄວທີ່ພົ້ນເດັ່ນ. 5G ແມ່ນເຄືອຂ່າຍບໍ່ມີສາຍທີ່ຈະເຮັດໃຫ້ການເຊື່ອມຕໍ່ກັບໂລກພາຍນອກ ແລະ ເຊື່ອມຕໍ່ກັບ ອິນເຕເນັດ ແບບບໍ່ມີອຸປະສັກຫລືຂໍ້ຈໍາກັດໃດໆ. 5G ໄດ້ເພີ່ມຄວາມໄວໃນການສົ່ງຂໍ້ມູນ 20Gb ຕໍ່ວິນາທີ ມີຄວາມໄວກວ່າ 20 ເທື່ອເມື່ອທຽບກັບ 4G ເຊິ່ງປັດຈຸບັນ ມີຄວາມໄວ 1Gb ຕໍ່ວິນາທີ. ເທັກໂນໂລຢີ 5G ແມ່ນບາດກ້າວທີ່ສຳຄັນ ເພື່ອເຊື່ອມໂຍງບັນດາ ເທັກໂນໂຊຊີ ທີ່ນໍາໜ້າສູ່ສັງຄົມລາວ ເພື່ອໃຫ້ທຽບເທົ່າກັບສາກົນໃນຂອບເຂດພາກພື້ນໃນໂລກ. ເພື່ອປະຕິບັດໃຫ້ໄດ້ຕາມ ທິດທາງ-ແຜນການ ຂອງບໍລິສັດ ສະຕາໂທລະຄົມ ຍັງຈະສືບຕໍ່ ພັດທະນາລະບົບ ເທັກໂນໂລຊີ ທີ່ທັນສະໄໝທີ່ດີທີ່ສຸດ ເພື່ອສະໜອງການບໍລິການ ເຊັ່ນ: 5G, AI, virtual reality (VR), Big data ແລະ ອື່ນໆ ໄປພ້ອມໆກັບການໃຫ້ບໍລິ ການໃໝ່ໆ ເຊັ່ນ: ທະນາຄານ ດີຈີຕອນ ແລະ ລະບົບເທັກໂນໂລຊີ ເພື່ອນໍາໃຊ້ເຂົ້າໃນບັນດາໂຄງການຂອງລັດຖະບານ ເອເລັກໂທຣນິກ.
Read more »

ຄຸມເຂັ້ມ ຮັກສາຄວາມເປັນລະບຽບຮຽບຮ້ອຍບຸນທາດຫລວງປີ 2019

ຂປລ. ໃນງານບຸນນະມັດສະການພະທາດຫລວງວຽງຈັນ ໃນປີ 2019, ພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ, ຈະວາງກໍາລັງຄຸມເຂັ້ມຮັກສາຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພ ຮອບດ້ານໃຫ້ແກ່ການນຳພັກ-ລັດ ແລະ ມວນຊົນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຫລີ້ນບຸນປະເພນີຂອງຊາດລາວເຮົາ ໃຫ້ມີຄວາມເບີກບານມ່ວນຊື່ນ ເຕັມໄປດ້ວຍຄວາມສະຫງົບ, ປອດໄພທາງດ້ານຊີວິດ ແລະ ຊັບສິນ, ທັງເຮັດໃຫ້ການສັນ ຈອນ ມີຄວາມສະດວກ ແລະ ຄ່ອງຕົວ.
ທ່ານ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຕ່ຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ກວ່າວ່າ: ເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າລາວ-ໄອເຕັກ ປະຈຳປີ 2019 ມີບັນຍາການອັນເບີກບານມ່ວນຊື່ນ, ຮັບປະກັນຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ ພະແນກຕໍ່າຫລວດຈະລາຈອນ ວາງແຜນຈັດກຳລັງປ້ອງກັນ ແລະ ອຳນວຍຄວາມສະດວກ ຢູ່ຕາມເສັ້ນທາງສາຍຕ່າງໆ ເປັນຕົ້ນ ຖະໜົນໄກສອນພົມວິຫານ, ຖະໜົນໂພນໄຊ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນ T4, ຖະໜົນທາດຫລວງ, ຖະໜົນກຳແພງເມືອງ ແລະ ຖະໜົນສາຍອື່ນໆ ແນໃສ່ເຮັດໃຫ້ການສັນຈອນໄປ-ມາ ຂອງມວນຊົນ ມີຄວາມປອດໄພ ແລະ ສະດວກສະບາຍ.
Read more »

ເພີ່ມຄວາມຮູ້ດ້ານເຕັກນິກແກ໊ດຊີວະພາບ ໃຫ້ບຸກຄະລາກອນ ລາວ

ຂປລ. ສະຖາບັນຄົ້ນຄວ້າ ວິທະຍາສາດແກ໊ດ ຊີວະພາບ ກະຊວງກະສິກຳ ແລະ ຊົນນະບົດ ແຫ່ງ ສປ ຈີນ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບເຕັກນິກແກ໊ດຊີວະພາບລາວ ປະຈຳປີ 2019 ໃຫ້ພະ ນັກງານ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 45 ທ່ານ ແຕ່ວັນທີ 1 ພະຈິກ ຫາ 26 ທັນວາ 2019 ທີ່ສູນຝຶກອົບຮົມແນວລາວສ້າງຊາດ ນະຄອນ ຫລວງວຽງຈັນ.
ການຈັດຊຸດຝຶກອົບຮົມຄັ້ງນີ້, ສຳມະນາກອນ ຈະໄດ້ຮັບຟັງການບັນລະຍາຍ ຈາກຊ່ຽວຊານ ແລະ ຄູ-ອາຈານ ທີ່ມີປະສົບການຈາກ ສປ ຈີນ ໂດຍສະເພາະ ການລົງປະຕິບັດຕົວຈິງໃນການສ້າງບໍ່ອາຍແກ໊ດຊີວະພາບ ຢູ່ສະຖານທີ່ຕົວຈິງ.

Read more »

ແຂວງອັດຕະປືສໍາເລັດປຸກຫ້ອງແຖວ ແລະ ເຮືອນສໍາເລັດຮູບໃຫ້ປະຊາຊົນ

ຂປລ. ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ລາຍງານຕໍ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນວັນທີ 1 ຕຸລາ 2019 ນີ້ວ່າ: ມາຮອດເດືອນກຸມພາ 2019, ພາຍຫລັງສໍາເລັດປຸກຫ້ອງແຖວ ແລະ ເຮືອນສໍາເລັດຮູບ ກໍໄດ້ຍົກຍ້າຍປະຊາຊົນເຂົ້າຢູ່ໃນ 5 ສູນຄື: ສູນຫາດຍາວ, ສູນດົງບາກ, ສູນດອນບົກ, ສູນປິ່ນດົງ ແລະ ສູນຕະມໍຢອດ, ໃນນັ້ນ ຢູ່ສູນຫາດຍາວ ແລະ ສູນດົງບາກ ເປັນເຮືອນປະເພດຫ້ອງແຖງມີ 49 ຫລັງ ມີທັງໝົດ 468 ຫ້ອງ, ສ່ວນອີກ 3 ສູນທີ່ເຫລືອ ໄດ້ປະກອບເປັນເຮືອນສຳເລັດຮູບມີທັງໝົດ 457 ຫລັງ.

Read more »

ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ພັດທະ ນານັບມື້ນັບກວ້າງຂວາງ ເລິກເຊິ່ງ ແທດເໝາະ ກັບຄວາມ ເປັນຈິງ ແລະ ມີປະສິດທິຜົນ

ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະກອບສ່ວນ ປັບປຸງ ສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມື ຮອບດ້ານ ລະຫວ່າງສອງປະເທດ ສສ ຫວຽດນາມ ແລະ ສປປ ລາວ; ພ້ອມກັນແລກປ່ຽນ ສືບຕໍ່ຊອກຫາວິທີແກ້ ໄຂ ຊຸກຍູ້ ບັນດາຂໍ້ຕົກລົງ, ຮ່ວມມື ທີ່ໄດ້ຮັບການລົງນາມ ກໍຄື ເພີ່ມທະວີ ການຮ່ວມມືວ່າດ້ວຍ ການລົງທຶນ ລະຫວ່າງ ສອງ ປະເທດ. 
ຫວຽດນາມ ແລະ ລາວ ມີມູນເຊື້ອ ຄວາມສາມັກຄີແບບ ພິ ເສດ, ສາຍພົວພັນສັດຊື່ ບໍລິສຸດ ລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນ ສອງປະເທດ ໂດຍ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນຳ ແລະ ປະຊາຊົນ ສອງປະເທດ ຫຼາຍຮຸ່ນຄົນ ໄດ້ ອອກແຮງ ເພີ່ມພູນຄູນສ້າງ, ປົກປັກຮັກສາ ແລະ ເສີມຂະ ຫຍາຍ ເໝືອນດັ່ງຊັບສົມບັດອັນລຳ້ຄ່າ ຂອງ ສອງປະເທດ. 

ບັນດາຂົງເຂດຄວາມຮ່ວມມືດ້ານເສດຖະກິດ, ວັດທະນະ ທຳ, ການສຶກສາ-ບຳລຸງສ້າງ ແລະ ວິທະຍາສາດ ເຕັກນິກ ລະຫວ່າງ ຫວຽດນາມ ແລະ ລາວ ມີການຫັນປ່ຽນ ຢ່າງແຂງ ແຮງ. ສອງ ຝ່າຍໄດ້ເປັນເຈົ້າການ, ຕັ້ງໜ້າ ຜັນຂະຫຍາຍ ຢ່າງມີປະສິດທິຜົນ ບັນດາຂໍ້ສັນຍາຮ່ວມມື ລະຫວ່າງສອງ ລັດຖະບານ ແລະ ບັນດາເນື້ອໃນບົດບັນທຶກ ກອງປະຊຸມ ຄະນະກຳມາທິການ ລະຫວ່າງລັດຖະບານຫວຽດນາມ-ລາວ ຄັ້ງທີ 41 (ເດືອນ ມັງກອນ 2019). ວົງເງິນການຄ້າ ສອງສົ້ນ ປີ 2018 ບັນລຸກວ່າ 1 ຕື້ ໂດລາສະຫະລັດ, 8 ເດືອນ ຕົ້ນປີ 2019 ບັນລຸ 748 ລ້ານ ໂດລາສະຫະລັດ (ເພີ່ມ 14,2% ເມື່ອທຽບກັບ ໄລຍະດຽວກັນ ຂອງປີ 2018).

ຫວຽດນາມ ສືບຕໍ່ເປັນນັກລົງທຶນ ຕ່າງປະເທດ ໃຫຍ່ອັນດັບ ທີ 3 ຢູ່ ລາວ. ຕາມຕົວເລກ ສະຖິຕິ ຂອງ ກະຊວງແຜນການ ແລະ ການລົງທຶນ ລາວ, ເຖິງເດືອນ ມິຖຸນາ 2019, ການລົງ ທຶນ ຂອງ ວິສາຫະກິດ ຫວຽດນາມ ຢູ່ລາວ ບັນລຸ 411 ໂຄງ ການ ດ້ວຍມູນຄ່າ ການລົງທຶນ ທັງໝົດ 4,22 ຕື້ ໂດລາສະ ຫະລັດ ເຂົ້າໃນຂົງເຂດ ເຊັ່ນ: ໄຟຟ້ານຳ້ຕົກ, ຂຸດຄົ້ນບໍ່ແຮ່, ບໍລິການ, ກະສິກຳ ແລະ ໂທລະຄົມມະນາຄົມ. ບັນດາໂຄງ ການເຄື່ອນໄຫວຢ່າງມີປະສິດທິຜົນ ໃນຂົງເຂດທະນາຄານ, ໂຮງແຮມ ຊຶ່ງປະກອບສ່ວນໃຫ້ແກ່ງົບປະມານ ແຫ່ງລັດ ລາວ ແລະ ຄວາມສະຫງົບປອດໄພ ຂອງສັງຄົມ, ຊຶ່ງ ລັດ ຖະບານລາວ ຕີລາຄາສູງ.

ການຮ່ວມມືດ້ານການສຶກສາ ບຳລຸງສ້າງ-ວັດທະນະທຳ ສືບ ຕໍ່ໄດ້ເອົາໃຈໃສ່. ສອງຝ່າຍໄດ້ປະສານສົມທົບຜັນຂະຫຍາຍ ຢ່າງມີປະສິດທິຜົນ ແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະ ສິດທິຜົນການຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ໃນ ຂົງເຂດການສຶກສາ ແລະ ພັດທະນາ ແຫຼ່ງ ຊັບພະຍາກອນມະນຸດ ໄລຍະ 2011-2020”, ຖືສໍາຄັນ ເພີ່ມທະວີ ການກໍ່ສ້າງພະນັກງານຍຸດທະສາດ ໃຫ້ແກ່ລາວ. ປີ 2018, ຫວຽດນາມ ໄດ້ສະຫງວນໃຫ້ແກ່ລາວ ທຶນການສຶກສາ 1271 ທຶນ (ເພີ່ມ 271 ທຶນ ເມື່ອທຽບກັບ ຂໍ້ຕົກລົງ ຂອງສອງລັດຖະບານ), ລາວ ໄດ້ສະຫງວນທຶນ ການສຶກສາ ໃຫ້ແກ່ ຫວຽດນາມ 60 ທຶນ. ຈຳນວນ ນັກສຶກສາ ລາວ ກຳລັງສຶກສາຢູ່ ຫວຽດນາມ ມີທັງໝົດ 14.656 ຄົນ ແລະ ຈໍານວນນັກສຶກສາ ຫວຽດນາມ ກຳລັງສຶກສາຢູ່ລາວ ມີທັງໝົດ 260 ຄົນ.

ສອງປະເທດສືບຕໍ່ເພີ່ມທະວີ ການຮ່ວມມື, ອຳນວຍ ຄວາມ ສະດວກ ໃຫ້ວົງຄະນາຍາດ ຄົນ ຫວຽດນາມ ຢູ່ລາວ ແລະ ຄົນລາວ ຢູ່ ຫວຽດນາມ ທີ່ກຳລັງໃຊ້ຊີວິດ, ເຮັດວຽກ ແລະ ສຶກສາຮຳ່ຮຽນ ຢູ່ແຕ່ລະປະເທດ. ມາຮອດປັດຈຸບັນ ໄດ້ສ້າງ ຕັ້ງສະມາຄົມ ຊາວ ຫວຽດນາມ ຢູ່ 12/18 ແຂວງ, ນະຄອນ ຂອງ ລາວ.

ສອງປະເທດໄດ້ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຮ່ວມມື ຂອງ ພາກພື້ນ ແລະ ສາກົນ; ສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບ ກັບບັນດາປະເທດສະມາຊິກ ASEAN ໃນການ ກໍ່ສ້າງປະຊາຄົມ ASEAN ແລະ ຮັກສາໄວ້ຄວາມ ສາມັກຄີ, ເຫັນພ້ອມ ຂອງ ASEAN ໃນບັນດາບັນຫາ ຍຸດ ທະສາດ ຢູ່ ພາກພື້ນ ຊຶ່ງລວມມີບັນຫາທະເລຕາເວັນອອກ. ລາວ ຕັ້ງໜ້າສະໜັບສະໜູນ ຫວຽດນາມ ເຂົ້າເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາ ຊາດ ແລະ ດຳລົງຕຳແໜ່ງເປັນປະທານ ASEAN 2020. ສອງຝ່າຍໄດ້ມີການຮ່ວມມື, ປະສານສົມທົບກັນ ເປັນປະຈຳ ກັບ ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ທີ່ ກ່ຽວ ຂ້ອງ ເພື່ອຄຸ້ມຄອງ, ນຳໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ ແຫຼ່ງນຳ້ ແມ່ນຳ້ຂອງ, ຄຳ້ປະກັນຢ່າງປະສານ ກົມກຽວກັນ ຜົນປະໂຫຍດ ຂອງ ບັນດາປະເທດ ໃນເຂດລຸ່ມແມ່ນ້ຳຂອງ, ສືີບຕໍ່ ປະສານສົມທົບ ກັບບັນດາຝ່າຍ ຄວບຄຸມກວດກາ ບັນດາ ຜົນກະທົບຮອບດ້ານ ຂອງການນຳ ໃຊ້ແຫຼ່ງນຳ້ ແມ່ນຳ້ຂອງ.
Read more »

ຮ່ວມສະແດງຄວາມຍິນດີຮັບຕຳແໜ່ງ ປະທານາທິບໍດີ ອິນໂດເນເຊຍ

ວັນ​ທີ 19-21 ຕຸ­ລາ 2019 ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ເປັນ​ຜູ້­ຕາງ­ໜ້າ​ພິ­ເສດ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ນຳ­ພາ​ຄະ­ນະ​ຜູ້​ແທນ​ລາວ​ເຮົາ​ເຂົ້າ​ຮ່ວມ​ພິ­ທີ​ສາ­ບານ​ໂຕ ເພື່ອ​ຮັບ​ຕຳ­ແໜ່ງ​ເປັນ​ປະ­ທາ­ນາ­ທິ­ບໍ­ດີ ແລະ ຮອງ​ປະ­ທາ­ນາ­ທິ­ບໍ­ດີ​ຂອງ ສາ­ທາ­ລະ­ນະ​ລັດ ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ ຕາມ​ການ​ເຊື້ອ​ເຊີນ​ຂອງ​ລັດ­ຖະ­ບານ​ອິນ​ໂດ​ເນ​ເຊຍ ເຊິ່ງ​ພິ­ທີ​ຈັດ​ຂຶ້ນ​ທີ່ ນະ­ຄອນ­ຫຼວງ​ຈາ​ກາ​ຕາ ອິນ​ໂດ​ເນ​ເຊຍ ມີ​ບັນ­ດາ​ການ​ນຳ​ຂັ້ນ​ສູງ​ຈາກ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ສປ ຈີນ ອົດ​ສະ​ຕາ​ລີ ສ ອາ​ເມ​ຣິ​ກາ ສ ເກົາ­ຫຼີ ຍີ່­ປຸ່ນ ແລະ ປະ­ເທດ​ເພື່ອນ​ມິດ​ຂອງ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມ​ເປັນ​ກຽດ ແລະ ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ທ່ານ ໂຈ​ໂກ ວິ​ໂດ​ໂດ ປະ­ທາ­ນາ­ທິ­ບໍ­ດີ ແລະ ທ່ານ ມາ​ຣຸ​ຟ ອາ​ມິນ ຮອງ​ປະ​ທາ​ນາ​ທິ ບໍ­ດີ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ພິ­ທີ​ອັນ​ຊົງ​ກຽດ​ດັ່ງ­ກ່າວ.
ພິ­ທີ​ສາ­ບານ​ໂຕ​ເຂົ້າ​ຮັບ​ຕຳ­ແໜ່ງ​ປະ­ທາ­ນາ­ທິ­ບໍ­ດີ ແລະ ຮອງ​ປະ­ທາ­ນາ­ທິ­ບໍ­ດີ ຂອງ​ອິນ​ໂດ​ເນ​ເຊຍ ຖື​ເປັນ​ສັນ­ຍາ​ລັກ​ທີ່​ມີ​ຄວາມໝາຍ​ສຳ­ຄັນ​ໃນ​ລະ­ບອບ​ການ­ເມືອງ ແລະ ການ​ປົກ­ຄອງ​ປະ­ເທດ​ອິນ​ໂດ​ເນ​ເຊຍ ເຊິ່ງ​ລັດ​ຖະ​ທຳ​ມະ­ນູນ​ໄດ້​ກຳ­ນົດ​ໃຫ້​ປະ­ທາ­ນາ­ທິ­ບໍ­ດີ ແລະ ຮອງ​ປະ­ທາ­ນາ­ທິ­ບໍ­ດີ ທີ່​ໄດ້​ຊະ­ນະ​ການ​ເລືອກ​ຕັ້ງ ຕ້ອງ​ໄດ້​ຜ່ານ​ພິ­ທີ​ສາ­ບານ​ໂຕ​ຢ່າງ​ເປັນ​ທາງ​ການ ທີ່​ລັດ​ຖະ​ສະ­ພາ​ແຫ່ງ​ຊາດ​ກ່ອນ​ການ​ເຂົ້າ​ບໍ­ລິ­ຫານ​ປະ­ເທດ​ຢ່າງ​ເປັນ​ທາງ​ການ.

ການ​ເຂົ້າ​ຮ່ວມ​ພິ­ທີ​ສຳ­ຄັນ​ຄັ້ງ​ນີ້​ຂອງ​ຄະ­ນະ​ຜູ້​ແທນ​ລາວ ເປັນ​ການ​ສືບ­ຕໍ່​ເຈດ​ຕະ​ນາ​ລົມ​ອັນ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ​ຂອງ​ລາວ ໃນ​ການ​ຮັດ​ແໜ້ນ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ສົ່ງ­ເສີມ​ການ​ພົວ­ພັນ​ຮ່ວມ​ມື​ທີ່​ດີ ລະ­ຫວ່າງ ລາວ​ກັບ​ບັນ­ດາ​ປະ­ເທດ​ຕ່າງໆ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ໂດຍ​ສະ­ເພາະ ກັບ​ປະ­ເທດ​ເພື່ອນ​ມິດ​ອິນ​ໂດ​ເນ​ເຊຍ​ທີ່­ຢູ່​ໃນ​ຄອບ­ຄົວ​ອາ​ຊຽນ​ດຽວ​ກັນ ທັງ​ເປັນ​ການ​ນຳ​ເອົາ​ການ​ສະ­ໜັບ­ສະ­ໜູນ​ຢ່າງ​ຈິງ​ໃຈ​ຈາກ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ລາວ​ມາ​ຍັງ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ອິນ​ໂດ​ເນ​ເຊຍ​ໃນ​ໂອ­ກາດ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ຄັ້ງ​ນີ້.
Read more »

ສູນເລືອດແຫ່ງຊາດ ສືບຕໍ່ຈັດກິດຈະກຳຮັບບໍລິຈາກເລືອດ

ເພື່ອ​ສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ​ຄົນ​ເຈັບ ທີ່​ຕ້ອງ­ການ​ເລືອດ​ທີ່​ນອນ​ປິ່ນ­ປົວ​ຢູ່​ຕາມ​ໂຮງ­ໝໍ​ແຫ່ງ​ຕ່າງໆ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເວົ້າ​ລວມ ເວົ້າ​ສະ­ເພາະ ຢູ່​ບັນ­ດາ​ໂຮງ­ໝໍ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ມີ​ຄົນ​ເຈັບ­ເປັນ​ຈຳ­ນວນ​ຫຼວງ ຫຼາຍ​ຕ້ອງ­ການ​ເລືອດ​ເພື່ອ​ການ​ປິ່ນ­ປົວ ແລະ ຊ່ວຍ​ຊີ­ວິດ​ເຂົາ­ເຈົ້າ ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ຈັດ​ກິດ­ຈະ­ກຳ​ຮັບ​ບໍ­ລິ­ຈາກ​ເລືອດ​ຂຶ້ນ ວັນ​ທີ 23 ຕຸ­ລາ 2019 ທີ່​ສູນ​ເລືອດ​ແຫ່ງ​ຊາດ ມີ​ນັກ­ຮຽນ-ນັກ​ສຶກ​ສາ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ​ແຫ່ງ​ຕ່າງໆ ສຳ­ນັກ­ງານ ອົງ­ການ ທັງ​ພາກ​ລັດ ເອ­ກະ​ຊົນ ແລະ ມວນ​ຊົນ​ຜູ້​ໃຈ​ບຸນ​ທັງ­ຫຼາຍ​ເຂົ້າ​ຮ່ວມ​ບໍ­ລິ­ຈາກ​ເລືອດ.
ໃນ​ປີ ຜ່ານ​ມາ​ບັນ­ດາ​ຊັ້ນ​ຄົນ​ຕ່າງໆ ຮ່ວມ​ກັບ​ສູນ​ເລືອດ​ໃນ​ທົ່ວ​ປະ­ເທດ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປຸກ­ລະ­ດົມ ເຊີນ­ຊວນ​ຊັ້ນ​ຄົນ​ເຂົ້າ​ຮ່ວມ​ບໍ­ລິ­ຈາກ​ເລືອດ​ຢ່າງ​ຕໍ່​ເນື່ອງ ແຕ່​ທຽບ­ໃສ່​ຄວາມ​ຕ້ອງ­ການ​ເຫັນ​ວ່າ​ຍັງ​ບໍ່​ທັນ​ພຽງ­ພໍ ການ​ບໍ­ລິ­ຈາກ​ເລືອດ​ຍັງ​ຈະ​ໄດ້​ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ­ໃສ່​ການ​ປຸກ­ລະ­ດົມ ເຊີນ­ຊວນ​ໃຫ້​ມີ​ຜູ້​ບໍ­ລິ­ຈາກ​ເລືອດ​ຫຼາຍ​ຂຶ້ນ ສ່ວນ​ໜຶ່ງ​ຍ້ອນ​ສູນ​ເລືອດ​ຢູ່ ຫຼາຍ​ແຂວງ​ບໍ່​ສາ­ມາດ​ເຄື່ອນ​ໄຫວ​ໄດ້​ເທົ່າ​ທີ່​ຄວນ ຍ້ອນ​ສະ­ພາບ​ຄວາມ​ເປັນ​ຈິງ​ໃນ​ແຕ່​ລະ​ທ້ອງ­ຖິ່ນ ເສັ້ນ­ທາງ​ເປ່​ເພ ກຸ່ມ​ຜູ້​ບໍ­ລິ­ຈາກ​ເລືອດ​ຖືກ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ນ້ຳ​ຖ້ວມ ແລະ ການ­ລະ­ບາດ­ພະ­ຍາດ​ໄຂ້­ເລືອດ­ອອກ ໃນ 9 ເດືອນ ປີ 2019 ທົ່ວ​ປະ­ເທດ​ສາ­ມາດ​ເຈາະ​ເລືອດ ໄດ້ 40.052 ຄົນ (ຖົງ) ຖ້າ​ທຽບ­ໃສ່​ແຜນ­ການ​ໄດ້ 72,84% ແລະ ຄາດ​ວ່າ​ຈະ​ສູ້​ຊົນ​ໃຫ້​ມີ​ຜູ້​ບໍ­ລິ­ຈາກ​ເລືອດ​ໄດ້​ຕາມ​ແຜນ­ການ​ທີ່​ວາງ​ໄວ້ 55.000 ຖົງ.

ສະ­ເພາະ​ກິດ­ຈະ­ກຳ​ຄັ້ງ​ນີ້ ມີ​ວິ­ທະ­ຍາ­ໄລ​ພາກ​ລັດ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ​ສຸ­ຂະ­ພາບ ວິ­ທະ­ຍາ­ໄລ​ພາກ​ເອ­ກະ​ຊົນ ລວມ 24 ພາກ­ສ່ວນ ມີ​ຜູ້​ເຂົ້າ​ຮ່ວມ 400 ຄົນ ເຊິ່ງ​ຄາດ​ວ່າ​ຈະ​ມີ​ຜູ້​ໃຫ້­ການ​ປະ­ກອບ­ສ່ວນ​ບໍ­ລິ­ຈາກ​ເລືອດ​ຄັ້ງ​ນີ້ ປະ­ມານ 300 ຄົນ.
Read more »

ຄະນະບໍລິຫານງານສູນກາງພັກ ຄົ້ນຄວ້າຫຼາຍບັນຫາສຳຄັນ

ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 9 ສະ­ໄໝ​ທີ X ຈັດ​ຂຶ້ນ​ວັນ​ທີ 14-23 ຕຸ­ລາ 2019 ທີ່​ຫ້ອງ​ວ່າ​ສູນ​ກາງ​ພັກ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ປະ­ທານ​ປະ­ເທດ ມີ​ບັນ­ດາ​ກຳ­ມະ­ການ​ກົມ​ການ­ເມືອງ ຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ ກຳ­ມະ­ການ​ສູນ​ກາງ ທີ່​ປືກ​ສາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ​ກະ­ຊວງ ອົງ­ການ ເລ­ຂາ​ພັກ​ແຂວງ ແລະ ເຈົ້າ­ແຂວງ​ເຂົ້າ​ຮ່ວມ.
ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຄົ້ນ­ຄວ້າ​ຕີ​ລາ­ຄາ​ປຶກ­ສາ​ຫາ­ລື ແລະ ໃຫ້​ທິດ​ຊີ້​ນຳ​ຫຼາຍ​ບັນ­ຫາ​ສຳ­ຄັນ ເຊັ່ນ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຜນ​ງົບ­ປະ­ມານ​ແຜນ​ເງິນ­ຕາ ປະ­ຈຳ​ປີ 2019 ແລະ ທິດ​ທາງ​ແຜນ­ການ ປະ­ຈຳ​ປີ 2020 ຕີ​ລາ­ຄາ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ວຽກ​ງານ​ຕ່າງ­ປະ­ເທດ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ທິດ​ທາງ​ໃນ­ຕໍ່­ໜ້າ ຄົ້ນ­ຄວ້າ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ມະ­ຕິ ວ່າ​ດ້ວຍ​ວຽກ​ງານ​ແນວ​ໂຮມ ແລະ ວຽກ​ງານ​ມະ­ຫາ­ຊົນ​ຂອງ​ພັກ ໃນ​ໄລ­ຍະ​ໃໝ່​ໃຫ້​ທິດ​ຊີ້​ນຳ ຜົນ​ການ​ກະ­ກຽມ ແລະ ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ ຂອງ​ພັກ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ທິດ​ທາງ​ວຽກ​ຈຸດ​ສຸມ​ໃນ­ຕໍ່­ໜ້າ​ຄົ້ນ­ຄວ້າ​ປະ­ກອບ​ຄຳ​ເຫັນ ແລະ ໃຫ້​ທິດ​ຊີ້​ນຳ​ຕໍ່​ຮ່າງ​ລາຍ​ງານ​ການ­ເມືອງ​ສະ­ບັບ​ທີ​ໜຶ່ງ ຫຼື ສະ­ບັບ​ເບື້ອງ​ຕົ້ນ​ຕໍ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ການ​ດຳ­ເນີນ​ຊີ­ວິດ​ການ­ເມືອງ​ພາຍ​ໃນ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ປະ­ຈຳ​ປີ 2019.

ກອງ​ປະ­ຊຸມ​ເປັນ​ເອ­ກະ​ພາບ​ກັນ ຕີ​ລາ​ຄືນ​ດ້ານ​ຕັ້ງ­ໜ້າ​ຜົນ­ສຳ­ເລັດ​ທີ່​ເປັນ​ໜໍ່​ແໜງ ປັດ​ໄຈ​ໃໝ່ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ໃນ 1 ປີ­ຜ່ານ­ມາ ພ້ອມ​ນັ້ນ ໄດ້​ຄົ້ນ­ຄວ້າ​ປະ­ກອບ​ຄຳ​ເຫັນ​ຕໍ່​ບັນ­ຫາ​ຕ່າງໆ​ທີ່​ຕັ້ງ​ຂຶ້ນ​ໃນ​ກອງ​ປະ­ຊຸມ​ຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະ­ເພາະ ສຸມ​ໃສ່​ວິ­ເຄາະ​ໄຈ້​ແຍກ​ບັນ­ຫາ​ການ­ຈັດ­ຕັ້ງ ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຜນ​ງົບ­ປະ­ມານ ແຜນ​ເງິນ­ຕາ ປະ­ຈຳ​ປີ 2019 ແລະ ທິດ​ທາງ​ແຜນ­ການ ປະ­ຈຳ​ປີ 2020 ກໍ​ຄື ວຽກ​ງານ​ຮັບ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ທາງ​ດ້ານ​ການ­ເມືອງ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ ການ​ກະ­ກຽມ ແລະ ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ ແລະ ບັນ­ຫາ​ອື່ນໆ​ທີ່​ໄດ້​ນຳ​ມາ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ.

ກອງ​ປະ­ຊຸມ​ມີ​ຄວາມ​ເປັນ​ເອ­ກະ​ພາບ​ຮັບ­ຮອງ​ເອົາ​ວຽກ​ງານ ແລະ ທິດ​ທາງ​ວຽກ​ງານ​ຈຸດ​ສຸມ​ໃນ­ຕໍ່­ໜ້າ ທີ່​ແນ­ໃສ່​ສ້າງ​ການ​ຫັນ­ປ່ຽນ​ອັນ​ແຂງ­ແຮງ​ໃນ​ແຕ່​ລະ​ຂົງ­ເຂດ​ວຽກ​ງານ ສ້າງ​ບັນ­ດາ​ປັດ​ໄຈ​ຕົວ​ຈິງ ເພື່ອ​ຄ້ຳ­ປະ­ກັນ​ການ​ສືບ­ຕໍ່​ສ້າງ​ການ​ຫັນ­ປ່ຽນ​ຢ່າງ​ຕັ້ງ­ໜ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ສ້າງ​ຂະ​ບວນ​ການ​ແຂງ­ແຮງ​ຕໍ່​ເນື່ອງ ສະ­ເຫຼີມ ສະ­ຫຼອງ​ວັນ​ສຳ­ຄັນ​ຂອງ​ພັກ-ຂອງ​ຊາດ ກະ­ກຽມ​ໃຫ້­ການ​ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ ສ້າງ​ການ​ຫັນ­ປ່ຽນ​ໃໝ່ ເພື່ອ​ກ້າວ​ເຂົ້າ​ສູ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ເນື້ອ​ໃນ​ເຫຼົ່າ­ນັ້ນ ກອງ​ປະ­ຊຸມ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ສ້າງ​ຄວາມ​ເຂົ້າ­ໃຈ​ເປັນ​ເອ­ກະ​ພາບ ແລະ ເລິກ­ເຊິ່ງ​ກວ່າ​ເກົ່າ​ຕໍ່​ຄວາມ​ຮັບ­ຜິດ­ຊອບ​ການ­ເມືອງ ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ແຕ່​ລະ​ສະ­ຫາຍ​ສູນ​ກາງ ນັບ​ທັງ​ເລ­ຂາ​ຄະ­ນະ​ພັກ​ກະ­ຊວງ ອົງ­ການ​ແຂວງ ໃນ​ການ​ນຳ­ພາ-ຊີ້​ນຳ​ຜັນ​ຂະ­ຫຍາຍ​ມະ­ຕິ​ຄຳ​ສັ່ງ ລວມ​ທັງ​ບັນ­ດາ​ນິ­ຕິ​ກຳ​ຕ່າງໆ​ຂອງ​ສູນ​ກາງ​ພັກ ແລະ ລັດ­ຖະ­ບານ​ວາງ​ອອກ ພ້ອມ​ທັງ​ເປັນ​ເຈົ້າ​ການ​ນຳ­ພາ-ຊີ້​ນຳ​ແກ້​ໄຂ​ບັນ­ຫາ​ຕ່າງໆ​ຢ່າງ​ຈິງ​ຈັງ​ຮັບ­ປະ­ກັນ​ໝາກ­ຜົນ​ຕົວ​ຈິງ.
Read more »