F
N
Hiển thị các bài đăng có nhãn District's News. Hiển thị tất cả bài đăng
Hiển thị các bài đăng có nhãn District's News. Hiển thị tất cả bài đăng
ເປີດການນຳໄຊ້ໄຟຟ້າ ດ່ານທ້ອງຖິ່ນອາສົກ ແລະ ອາຈາ ເມືອງສະໝ້ວຍ
ພິທີເປີດການນຳໄຊ້ໄຟຟ້າ ດ່ານທ້ອງຖິ່ນອາສົກ ແລະ ດ່ານທ້ອງຖິ່ນອາຈາ ເມືອງສະໝ້ວຍ ແຂວງສາລະວັນ ຈັດຂື້ນໃນວັນທີ 4 ພະຈິກ 2019 ທີ່ດ່ານທ້ອງຖິ່ນອາສົກ, ໂດຍການເຂົ້າຮ່ວມຂອງທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ, ຕາງໜ້າໃຫ້ລັດວິສະຫະກິດໄຟຟ້າລາວເຂົ້າຮ່ວມໂດຍ ທ່ານ ບຸນສຽງ ລັດຕະສິງ ຫົວໜ້າຝ່າຍປະຕິບັດການໄຟຟ້າພາກເໜືອ ແລະ ພາກໃຕ້, ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ຮັກສາການເຈົ້າເມືອງໆສະໝ້ວຍ ຕະຫຼອດຮອດຜູ້ຕາງໜ້າພະແນກການ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
Read more »
ທ່ານ ເດດສຸວັນ ມະໄລທອງ ຫົວໜ້າລັດວິສະຫະກິດໄຟຟ້າລາວ ສາຂາແຂວງສາະວັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຕາຂ່າຍໄຟຟ້າ 22 ກິໂລໂວນ ລວງຍາວເກືອບ 5 ກິໂລແມັດ ພ້ອມຕິດຕັ້ງໝໍ້ແປງ 3P 50 ກິໂລວັດອໍາແປ ເຂົ້າດ່ານທ້ອງຖິ່ນອາສົກ ແລະ ດ່ານທ້ອງຖິ່ນອາຈາ ເມືອງສະໝ້ວຍ ໄດ້ລົງມືຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນຕຸລາ 2019 ແລະ ສຳເລັດ 100% ໃນຕົ້ນເດືອນພະຈິກ 2019 ໂດຍແມ່ນລັດວິສະຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ເປັນຜູ້ຈັດຕັ້ງປະຕິບັດ ໃນມູນຄ່າ 7 ຮ້ອຍລ້ານກ່ວາກີບ, ເຊິ່ງສືບຕໍ່ດຶງຈາກຕາຂ່າຍໄຟ້ຟ້າທີ່ມີແລ້ວຈາກບໍລິສັດເພັດໄລພອນການໄຟຟ້າ.












