Welcome to Weblog Samouay Portal
F
Hiển thị các bài đăng có nhãn Weblog Rules. Hiển thị tất cả bài đăng
Hiển thị các bài đăng có nhãn Weblog Rules. Hiển thị tất cả bài đăng

Weblog Rules - ກົດລະບຽບ Weblog


Weblog Rules - ກົດລະບຽບ Weblog

I, ກ່ຽວກັບ Weblog:
1, Weblog: Samouay District ໄດ້ຮັບການສ້າງຂຶ້ນເພື່ອຈຸດປະສົງແລກປ່ຽນຂໍ້ມູນຂ່າວສານ ,ເຕັກນິກ ,ສາລະໜ້າຮູ້ຕ່າງໆ ແລະ ເປັນໜ້າຕ່າງ ເຊື່ອມໂຢງ ,ປ້ອນ ,ເບິ່ງຂໍ້ມູນຂອງພາກສ່ວນຕ່າງໆຂັ້ນເມືອງ ; Weblog: Samouay District ບໍ່ແມ່ນ Weblog ທາງລັດຖະການຂອງ ເມືອງສະໝ້ວຍ;
2, ບັນດາຂໍ້ມູນຂອງພາກສ່ວນຕ່າງໆບໍ່ໄດ້ສໍາເນົາໃນ Weblog ນີ້ ,ເປັນພຽງແຕ່ການເຊື່ອມໂຢງຈາກຖານຂໍ້ມູນ ທີ່ໄດ້ຮັບການອອກແບບໃນ Google Sheet ຂັ້ນສູງ....ເພາະສະນັ້ນ ຂໍ້ມູນດັ່ງກ່າວຈະບໍ່ສະແດງໃຫ້ຜູ້ຊົມທົ່ວໄປ ,ມີແຕ່ຜູ້ທີ່ໄດ້ຮັບອະນຸຍາດຈິ່ງສາມາດ ເບິ່ງ ແລະ/ຫຼື ປ້ອນຂໍ້ມູນໄດ້;
3, ອີງຕາມຈຸດພິເສດຂອງທ້ອງຖິ່ນ ,ສະນັ້ນ ຂໍ້ມູນ ,ຂ່າວສານຕ່າງໆທີ່ສະແດງໃນ Weblog ນີ້ ອາດຈະມີສອງພາສາ ຄື: ພາສາລາວ (ພາສາຫຼັກ) ແລະ ພາສາຫວຽດນາມ;
II, ກົດລະບຽບ Weblog:
1, ມີແຕ່ສະມະຊິກຂອງ Weblog ຈິ່ງສາມາດຂຽນບົດຄວາມໄດ້ ,ສໍາລັບຜູ້ຊົມທົ່ວໄປແມ່ນສາມາດ ສົນທະນາ ,ແຕ່ ຕ້ອງມີບັນຊີ Gmail;
    ເນື້ອໃນສົນທະນາທີ່ສົ່ງເຂົ້າ Weblog ນີ້ຈະບໍ່ສະແດງໃຫ້ເຫັນທັນທີ ,ເພາະຕ້ອງຜ່ານການກວດກາເນື້ອໃນສາກ່ອນ;
2, ສະມະຊິກທີ່ສົ່ງບົດຄວາມເຂົ້າໃນ Weblog ນີ້ ,ຈະຕ້ອງມີຄວາມຮັບຜິດຊອບດ້ວຍຕົນເອງທັງໝົດ ,ທາງຜູ້ຄຸມ Weblog ຈະບໍ່ມີສ່ວນກ່ຽວຂ້ອງແຕ່ຢ່າງໃດ;

Read more »