ທ້າຍອາທິດຜ່ານມານີ້ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດພິທີ ມອບ-ຮັບ ຕໍາແໜ່ງເຈົ້້າເມືອງຄົງເຊໂດນຜູ້ເກົ່າ ສະຫາຍ ບຸນປອນ ອາສາພິພັກ ແລະ ເຈົ້າເມືອງຄົງເຊໂດນຜູ້ໃໝ່ ສະຫາຍ ແຫວນເພັດ ລັດດາວົງ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງສາລະວັນ,ມີການນຳແຂວງ, ພະນັກງານກໍ່ສ້າງຮາກຖານທ່ານ, ມີບັນດາຮອງເຈົ້າເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານລັດຖະກອນສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການ ສູນກາງພັກ ເລກທີ 114/ຄລສພ, ລົງວັນທີ 14 ມິຖຸນາ 2019 ວ່າດ້ວຍການອະນຸມັດ ໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ຕົກລົງໃຫ້ ສະຫາຍ ບຸນປອນ ອາສາພິພັກ ກຳມະການພັກແຂວງ, ເລຂາພັກເມືອງ ຄົງເຊໂດນ, ອອກພັກການຮັບອຸດໜູນບໍານານ ແລະ ປະຕິບັດຕາມຂໍ້ຕົກລົງຄະນະປະຈໍາພັກແຂວງສາລະວັນ ເລກທີ 425/ຄຈພຂ.ສວ, ລົງວັນທີ 11 ພະຈິກ 2019 ວ່າດ້ວຍການແຕ່ງຕັ້ງ ເລຂາພັກ ເມືອງຄົງເຊໂດນ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 708/ຈຂ,ສວ, ລົງວັນທີ 11 ພະຈິກ 2019 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ແຫວນເພັດ ລັດດາວົງ ກຳມະການພັກແຂວງ ເປັນເຈົ້າເມືອງຄົງເຊໂດນ ຜູ້ໃໝ່, ຈາກນັ້ນ ສະຫາຍ ບຸນປອນ ອາສາພິທັກ ເຈົ້າເມືອງຄົງເຊໂດນຜູ້ເກົ່າ ກໍໄດ້ຂຶ້ນຜ່ານ ບົດສະຫລຸບ ຕີລາຄາການຊີ້ນຳໆພາຂອງຄະນະບໍລິຫານງານພັກເມືອງ 5 ປີ ສະໄໝທີ VII ເຊິ່ງມີຜົນສໍາເລັດຫຼາຍດ້ານ ມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ວຽກງານທີ່ຈະສືບຕໍ່ປະຕິບັດໃນໄລຍະຕໍ່ໜ້າ ເພື່ອໃຫ້ຜູ້ມາຮັບໜ້າທີ່ໃໝ່ໄດ້ຮັບຮູ້ ເຂົ້າໃຈ, ສະຫາຍ ແຫວນເພັດ ລັດດາວົງ ກໍໄດ້ຂຶ້ນຮັບໜ້າທີ່ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ຊີ້ນໍາໆພາ, ຊຸກຍູ້ການພັດທະນາໃຫ້ເມືອງຄົງເຊໂດນໃຫ້ກ້າວໄກຂຶ້ນໄປເລື້ອຍໆ.
ຈາກນັ້ນກໍໄດ້ມີການເຊັນບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ສະຫາຍ ບຸນປອນ ອາສາພິພັກ ກຳມະການພັກແຂວງ ເລຂາພັກເຈົ້າເມືອງຜູ້ເກົ່າ ກັບທ່ານ ແຫວນເພັດ ລັດດາວົງ ກຳມະການພັກແຂວງ ເປັນເຈົ້າເມືອງຄົງເຊໂດນ ຜູ້ໃໝ່ ໂດຍຊ້ອງໜ້າທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງສາລະວັນ, ມີບັນດາການນໍາຂັ້ນແຂວງ, ເມືອງ, ພະນັກງານກໍ່ສ້າງຮາກຖານຂັນແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫ້ອງການ ອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
Không có nhận xét nào:
Đăng nhận xét