ຄຸນນະພາບ ແລະ ຈໍາໜ່າຍນອກລະບົບ, ທັງໄດ້ກັກຢຶດສິນຄ້າຈໍານວນ 7 ລາຍການມູນຄ່າຫຼາຍກວາ 10 ລ້ານກີບ.
ພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາຕາມທ້ອງຕະຫຼາດ, ຮ້ານຄ້າ ແລະ ສະຖານທີ່ຈໍາໜ່າຍໃນຂອບເຂດທົ່ວແຂວງໄດ້ກວດພົບເຫັນ ແລະ ຮ່ວມກັນກັກຢຶດ ສິນຄ້າທີ່ໝົດອາຍຸ, ເສື່ອມຄຸນນະພາບ ແລະ ສິນຄ້າຈໍາໜ່າຍ
ນອກລະບົບທີ່ວາງຂາຍໃນຕະຫຼາດຈໍານວນ 47 ຮ້ານ, ກວດພົບເຫັນ ແລະ ກັກຢຶດໄດ້ 7 ລາຍການຄື: ສິນຄ້າປະເພດຈານດາວທຽມ ແລະ ຊິ້ນສ່ວນຂອງຈານທີ່ນໍາເຂົ້ານອກລະບົບຈໍານວນ 243 ກອງໃບກັບມູນຄ່າ 14
ລ້ານກ່ວາກີບ, ສິນຄ້າປະ ເພດເຂົ້າໜົມ ມີ 196 ແຟັກ ມູນຄ່າ 1 ລ້ານກ່ວາກີບ, ອາຫານ ແລະ ເຄື່ອງດື່ມຈໍານວນ 671 ຖົງຕ່ປອງ ມູນຄາ 8 ລານກວາກີບ, ເຄື່ອງສາອາງຈານວນ 255 ກັບ ມູນຄາ 4 ລານກວາກີບ,
ສິນຄາປະເພດຢາສູບຈານວນ 6 ຕຸດ ແລະຊິ້ນສວນສັດ (ແຊແຂງ) ທີ່ມີສານປົນເປື້ອນເກີນຄ່າມາດຕະຖານຈໍານວນ 358.9 ກິໂລ ມູນຄ່າ 6 ແສນກ່ວາກີບ.
ນອກນີ້ຍັງໄດ້ນໍາເອົາສິນຄ້າຫ້າມຈໍາໜ່າຍທີ່ໄດ້ກັກຢຶດໃນສົກປີຜ່ານມາໆທໍາລາຍຮ່ວມກັນເປັນຕົ້ນ: ຈັກສະຕິນ, ຊິ້ນສ່ວນຂອງຈັກ ແລະ ອາໄຫຼ່ຈໍານວນ 274 ຊິ້ນສ່ວນ ,ມູນຄ່າ 101 ລ້ານກ່ວາກີບ ,ເຊິ່ງລວມມູນຄ່າການ
ທໍາລາຍປະເພດສິນຄ້າດັ່ງກ່າວນີ້ 116 ລ້ານກ່ວາກີບ.
ນອກຈາກການກັກຢຶດແລ້ວຍັງໄດ້ປຸກລະດົມພໍ່ຄ້າຊາວຂາຍໃຫ້ຜູປະກອບການຕ້ອງເຄົາລົບລະບຽບກົດໝາຍແນໃສ່ສົ່ງເສີມ ແລະ ປົກປ້ອງບັນດາຫົວໜ່ວຍທຸລະກິດການຄ້າທີ່ເຄື່ອນໄຫວຢ່າງຖືກຕ້ອງ, ສອດຄ່ອງກັບ
ລະບຽບກົດໝາຍໃຫ້ເປັນໄປຕາມກົນໄກເສດຖະກິດຕະຫຼາດທີ່ມີການດັດສົມຂອງລັດສົ່ງເສີມການຜະລິດສິນຄ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້.



Không có nhận xét nào:
Đăng nhận xét