Welcome to Weblog Samouay Portal
F

ວິທີຄິດຂອງຄົນຢາກລວຍ

* ວິທີຄິດຂອງຄົນຢາກລວຍ! 


➢ ລວຍ ຄໍາສັ້ນໆຄໍາດຽວທີ່ໃຜໆກໍປາດຖະໜາຢາກໃຫ້ເກີດຂື້ນກັບຕົວເອງ ແລະ ທຸກຄົນຕ່າງກໍຢາກລວຍທັງນັ້ນ ແລະ 09 ຢ່າງຕໍ່ໄປນີ້ເປັນພຽງຂໍ້ຄິດ ເພື່ອປ່ຽນວິທີຄິດໃຫ້ທ່ານລວຍຂື້ນໄດ້: 
01. ຕ້ອງມີລາຍໄດ້ຫຼາຍກວ່າຫນື່ງທາງສະເໝີ ເພາະຄົນລວຍມັກຈະມີລາຍໄດ້ຫຼາຍທາງ. 
02. ຕ້ອງຫາລາຍຮັບຈາກວຽກທີ່ຕົນເອງມັກມີຄວາມສຸກ ແລະ ມ່ວນກັບການຫາລາຍໄດ້. 
03. ຕ້ອງເຂົ້າໃຈວ່າເງິນຄືຄວາມສຸກ ການມີເງິນຄືການມີຄວາມສຸກ ( ຢ່າຄິດວ່າເງິນຄືພະເຈົ້າ ,ແຕ່ພະຍາຍາມຄິດວ່າເຮົາຄືພະເຈົ້າຂອງເງິນ )
04. ຕ້ອງໝັ່ນສຶກສາຫາຄວາມຮູ້ຢູ່ສະເໝີເພາະຈາກການລາຍງານການວິໃຈຂອງຄົນລວຍເກີດໃໝ່ພົບວ່າມີນິດໃສຄ້າຍກັນ ,ຄືມັກອ່ານຫນັງສື ,ຊອກບົດຮຽນຊີວິດຈາກບຸກຄົນທີ່ປະສົບການດ້ານທຸລະກິດຕ່າງໆ ,ຫຼື ວິເຄາະຄໍາເວົ້າຂອງຄົນລວຍ ,ວິເຄາະການເຄື່ອນໄຫວການດໍາລົງຊີວິດຂອງຄົນລວຍ.
05. ຕ້ອງຮູ້ຈັກກັບການລົງທຶນ ແລະ ກ້າທີ່ຈະລົງທືນຮູ້ຈັກບໍລິຫານເງິນ ,ອ່ອມເງິນແລ້ວນໍາໄປລົງທືນ ເພື່ອສ້າງຜົນຕອບແທນ. 
06. ຕ້ອງມີເປົ້າໝາຍຊັດເຈນທຸກໆເລື່ອງ ໂດຍສະເພາະເລື່ອງລາຍໄດ້ ,ລາຍຈ່າຍ ,ການລົງທືນ ແລະ ຈໍານວນທີ່ຕ້ອງການ.
07. ຕ້ອງເຮັດວຽກໜັກໃນໄລຍະສັ້ນໆ ເພື່ອເກັບເງິນຈາກນັ້ນນໍາເອົາເງິນໄປເຮັດວຽກ ( ເງິນຕໍ່ເງິນ ) 
08. ຕ້ອງຄິດໃຫ້ໃຫ່ຍ ( ເພາະການຄິດໃຫ່ຍ ຫຼື ການຄິດນ້ອຍຕ່າງກໍໃຊ້ພະລັງງານໃນການຄິດເທົ່າກັນ )
09. ຕ້ອງຮູ້ຈັກໃຫ້ລາງວັນຕົວເອງເມື່ອເຮັດສີ່ງໃດໜຶ່ງສໍາເລັດ.

Không có nhận xét nào:

Đăng nhận xét