
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປຢ່າງພາວະວິໃສ, ມີການຜ່ານບົດລາຍງານການເມືອງ, ຜ່ານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 05 ປີ ,ຄັ້ງທີ VII, ພ້ອມທັງຕີລາຄາເຖີງຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດຕົວຈິງ, ບົນພື້ນຖານຜົນສຳເລັດຫຼາຍດ້ານໃນການຊີ້ນຳໆພາໃນໄລຍະຜ່ານມາ ,ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ສະພາບຄວາມເປັນຈິງຂອງເມືອງ, ທັງໄດ້ວາງທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແຜນພັດທະນາເສດຖະກິດສັງຄົມ ໄລຍະ 05 ປີຕໍ່ໜ້າ (2020 - 2024) ເພື່ອສ້າງເງື່ອນໄຂເຮັດໃຫ້ເມືອງວາປີ ກ້າວໄປສູ່ຄວາມເຂັ້ມແຂງຮອບດ້ານເທື່ອລະກ້າວ ເປັນຕົ້ນ: ແມ່ນຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ ແລະ ສ້າງທຸກເງື່ອນໄຂເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 7 - 8% ຕໍ່ປີ, ສະເລ່ຍໃຫ້ພົນລະເມືອງໃຫ້ໄດ້ 1.657 ໂດລາສະຫະລັດ, ໃນນັ້ນກະສິກຳ ກວມເອົາ 52%, ອຸດສາຫະກຳ 18% ແລະ ການບໍລິການ 29%, ພ້ອມທັງສູ້ຊົນສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍ ແລະ ສູ້ຊົນປະກາດເມືອງວາປີ ເປັນເມືອງຈົບມັດທະຍົມຕອນປາຍ, ພັດທະນາພື້ນຖານໂຄງລ່າງການບໍລິການໃຫ້ດີຂຶ້ນກວ່າເກົ່າ, ສ້າງກິດຈະກຳທ່ອງທ່ຽວໃຫ້ຫຼາຍຂຶ້ນ ຄຽງຄູ່ກັບການບໍລິການຂອງພໍ່ແມ່ປະຊາຊົນ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່ ,ເຊິ່ງມີຈໍານວນຜູ້ສະໝັກທັງໝົດ 27 ສະຫາຍ, ຍິງ 03 ສະຫາຍ, ເລືອກເອົາ 23 ສະຫາຍ. ຜ່ານການປ່ອນບັດຄັດເລືອກ ແລະ ຕາມການຕົກລົງເຫັນດີໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ຄັດເລືອກເອົາຄະນະປະຈຳພັກເມືອງ 07 ສະຫາຍ ແລະ ເປັນເອກະພາບເລືອກເອົາ ສະຫາຍ ບຸນຍູ້ ຈັນທະລັງສີ ,ເປັນເລຂາຄະນະບໍລິຫານງານພັກເມືອງ ຊຸດໃໝ່, ສະຫາຍ ກິແກ້ວ ໄຊຍະລາດ ,ເປັນຮອງເລຂາ ,ທັງເປັນປະທານກວດກາ ແລະ ສະຫາຍ ດົມວິໄລ ທອງສະຫວັນ ,ເປັນຮອງເລຂາ. ພ້ອມນັ້ນກໍ່ໄດ້ປ່ອນບັດເລືອກເອົາຜູ່ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ,ຈຳນວນ 20 ສະຫາຍ ແລະ ສຳຮອງ 04 ສະຫາຍ.



Không có nhận xét nào:
Đăng nhận xét