F
N
ທ່ານຮອງນາຍົກລັດຖະມົນຕີເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ
ໃນວັນທີ 19 ກັນຍາ ປີ 2019 ນີ້, ທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆສາລະວັນ ພ້ອມຄະນະ, ໄດ້ຕອນຮັບທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວກກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໜາມບີນຂອງແຂວງ.
ຈາກນັ້ນ ທ່ານ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ສາລະວັນ ກໍໄດ້ລາຍງານສະພາບການໂດຍຫຍໍ້ ຢູ່ທີ່ຫ້ອງປະຊຸມສະໂມສອນແຂວງ, ເປັນຕົ້ນກໍ່ແມ່ນວຽກປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດສັງຄົມ, ນອກນັ້ນກໍ່ແມ່ນວຽກງງານກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກເຊີ່ງມາຮອດປະຈຸບັນນີ້ແຂວງສາລະວັນສາມາດເປີດກອງປະຊຸມໃຫຍ່ສໍາເລັດໄປແລ້ວ 2 ເມືອງຄື: ເມືອງສະໝ້ວຍ ແລະ ເມືອງຕະໂອ້ຍ, ພ້ອມດຽວກັນນີ້ທ່ານ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ສາລະວັນ ກໍໄດ້ລາຍງນໂດຍຫຍໍ້ກຽວກັບບັນຫາສະພາບນໍ້າຖ້ວມໃນຕົ້ນເດຶອນທີ່ຜ່ານມາເຊີ່ງທົ່ວແຂວງສາລະວັນມີທັງໝົດ 579 ບ້ານ ເສຍຫາຍ 219 ບ້ານ, ມີ 35.698 ຄົນ ແລະ ມີພົນລະເມືອງ 139.221 ຄົນ, ມີເນື້ອທີ່ນຳຖ້ວມ 45.994 ເຮັກຕາ, ເນື້ອທີ່ນາ 25.490 ເຮັກຕາ ຜ່ານການຮັບຟັງການລາຍງານ ຈາກນັ້ນທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານການນຳຂອງແຂວງ, ເຊີ່ງກ່ອນອື່ນທ່ານ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ການນຳຂອງແຂວງທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານເຮັດໃຫ້ທົ່ວແຂວງມີຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນທົ່ວສັງຄົມ, ພ້ອມທັງແກ້ໄຂບັນຫາຕ່າງໆຕາມຄວາມຮັບຜິດຊອບຂອງຕົນ, ເພື່ອເປັນການສືບຕໍ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນຕໍ່ໜ້າຕ້ອງເອົາໃຈໃສ່ປັບປຸງກຳລັງຕ່າງໆນັບແຕ່ຂັ້ນຮາກຖານທ້ອງຖິ່ນ,ໃຫ້ມີຄວາມເຂັ້ນແຂງ ໂດຍສະເພາະກໍ່ແມ່ນບ້ານລຽບຕາມຊາຍແດນ, ນອກຈາກນັ້ນກໍ່ແມ່ນໃຫ້ເອົາໃຈໃສ່ໃນການສ້າງບ້ານສູ້ຮົບຕິດລ່ຽນ ແລະ ບ້ານຈັ້ງທ່າເພື່ອໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ໃນການຈັດເກັບລາຍຮັບ, ການຟື້ນພູໄພນໍ້າຖວມ, ພ້ອມທັງໃຫ້ໄດ້ເປີດສົກຮຽນ ແລະ ໃຫ້ເດັກນ້ອຍໄດ້ເຂົ້າຮຽນຢ່າງເປັນປົກກະຕີ, ນອກຈາກນັ້ນບັນຫາເຂົ້າກິນ, ນໍ້າດືມ, ທີ່ຢູ່ອາໃສ່ຂອງຄົວຄອບຜູ້ທີ່ໄດ້ຮັບຜົນກະທົບຈາກໄຟທຳມະຊາດ, ຢາປົວພະຍາດຄົນ ແລະ ສັດອື່ນໆ ເພາະວ່າມັນເປັນສິງຈຳເປັັນທີ່ສຸດໃນໄລຍະນີ້, ພ້ອມກັນນັ້ນກໍ່ແມ່ນວຽກງານພື້ນຖານໂຄງລ່າງຕ້ອງໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງເພື່ອແກ້ໄຂ້ ແລະ ເອົາໃຈໃສ່ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ສຳລັບວຽກງານກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ເອົາໃຈໃສ່ໃນການສ້າງຂະບວນການຕ່າງໆເປັນຕົ້ນຊຸກຍູ້ຂະບວນການຕິດພັນກັບການຟື້ນພູໄຟພິບັດ ແລະ ພ້ອມທັງຊຸກຍູ້ວຽກງານຂະບວນການຮອບດ້ານປົກກະຕິ,ຕິດພັນກັບຂະບວນການຮັກຊາດພັດທະນາ, ເອົາໃຈໃສ່ໃນການກະກຽມເນື້ອໃນຕ່າງໆ ໂດຍສະເພາະກໍ່ແມ່ນບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ – ສັງຄົມ ແລະ ການກະກຽມບຸກຄະລາກອນຕ່າງໆທີ່ຈະເຂົ້າໃນໂຄງປະກອບ, ສຳລັບເມືອງທີ່ສຳເລັດກອງປະຊຸມໃຫຍ່ແລ້ວກໍ່ແມ່ນໃຫ້ຜັນຂະຫຍາຍມະຕິເນື້ອໃນຕ່າງໆ, ຜົນສຳເລັດຂອງກອງປະຊຸມລົງສູ່ຂັ້ນຮາກຖານເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຮັບຮູ້, ຈາກນັ້ນທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ມອບເງິນຈຳນວນ 150.000.000 ກີບ ເພື່ອນຳໄປຊ່ວຍເຫຼືອຜູ້ທີ່ຖືກໄພນ້ຳຖ້ວມ ແລະ ເພື່ອນໍາໄປຟື້ນຟູ ພື້ນຖານໂຄງລ່າງທີ່ຈຳເປັນໃນພັດທະນາຂອງແຂວງ.


Interesting Articles:
- Uống bia đúng cách hại bất cập lợi
- Ngày ăn vài hạt mà lại tốt cho sức khỏe ,chống được cả bệnh ung thư
- Đánh bại Thái Lan, tuyển bóng đá nữ Việt Nam vô địch SEA Games 30
- Mùa đông và cách khắc phục với hiện tượng da tay khô
- ຈັດປະເພດຫລຽນ ໃນ SEA Games 30 ,ເວລາ 15 ໂມງ 30 ,ວັນທີ 08/12/2019
- ໂຄງການ ກໍ່ສ້າງ ,ລົດໄຟ ລາວ - ຈີນ ຄາດວ່າຈະສຳເລັດ ແລະ ເປີດບໍລິການໃນທ້າຍປີ 2021
- Cuộc sống vợ chồng nào cũng phải đối mặt với những khủng hoảng sau
- Bảng xếp hạng bóng đá nam Sea Games 30 ngày 05/12/2019
Nhãn:
2019,
News,
Province's News