Welcome to Weblog Samouay Portal
F

ຄະນະບໍລິຫານງານສູນກາງພັກ ຄົ້ນຄວ້າຫຼາຍບັນຫາສຳຄັນ

ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 9 ສະ­ໄໝ​ທີ X ຈັດ​ຂຶ້ນ​ວັນ​ທີ 14-23 ຕຸ­ລາ 2019 ທີ່​ຫ້ອງ​ວ່າ​ສູນ​ກາງ​ພັກ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ປະ­ທານ​ປະ­ເທດ ມີ​ບັນ­ດາ​ກຳ­ມະ­ການ​ກົມ​ການ­ເມືອງ ຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ ກຳ­ມະ­ການ​ສູນ​ກາງ ທີ່​ປືກ​ສາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ​ກະ­ຊວງ ອົງ­ການ ເລ­ຂາ​ພັກ​ແຂວງ ແລະ ເຈົ້າ­ແຂວງ​ເຂົ້າ​ຮ່ວມ.
ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຄົ້ນ­ຄວ້າ​ຕີ​ລາ­ຄາ​ປຶກ­ສາ​ຫາ­ລື ແລະ ໃຫ້​ທິດ​ຊີ້​ນຳ​ຫຼາຍ​ບັນ­ຫາ​ສຳ­ຄັນ ເຊັ່ນ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຜນ​ງົບ­ປະ­ມານ​ແຜນ​ເງິນ­ຕາ ປະ­ຈຳ​ປີ 2019 ແລະ ທິດ​ທາງ​ແຜນ­ການ ປະ­ຈຳ​ປີ 2020 ຕີ​ລາ­ຄາ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ວຽກ​ງານ​ຕ່າງ­ປະ­ເທດ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ທິດ​ທາງ​ໃນ­ຕໍ່­ໜ້າ ຄົ້ນ­ຄວ້າ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ມະ­ຕິ ວ່າ​ດ້ວຍ​ວຽກ​ງານ​ແນວ​ໂຮມ ແລະ ວຽກ​ງານ​ມະ­ຫາ­ຊົນ​ຂອງ​ພັກ ໃນ​ໄລ­ຍະ​ໃໝ່​ໃຫ້​ທິດ​ຊີ້​ນຳ ຜົນ​ການ​ກະ­ກຽມ ແລະ ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ ຂອງ​ພັກ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ທິດ​ທາງ​ວຽກ​ຈຸດ​ສຸມ​ໃນ­ຕໍ່­ໜ້າ​ຄົ້ນ­ຄວ້າ​ປະ­ກອບ​ຄຳ​ເຫັນ ແລະ ໃຫ້​ທິດ​ຊີ້​ນຳ​ຕໍ່​ຮ່າງ​ລາຍ​ງານ​ການ­ເມືອງ​ສະ­ບັບ​ທີ​ໜຶ່ງ ຫຼື ສະ­ບັບ​ເບື້ອງ​ຕົ້ນ​ຕໍ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ການ​ດຳ­ເນີນ​ຊີ­ວິດ​ການ­ເມືອງ​ພາຍ​ໃນ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ປະ­ຈຳ​ປີ 2019.

ກອງ​ປະ­ຊຸມ​ເປັນ​ເອ­ກະ​ພາບ​ກັນ ຕີ​ລາ​ຄືນ​ດ້ານ​ຕັ້ງ­ໜ້າ​ຜົນ­ສຳ­ເລັດ​ທີ່​ເປັນ​ໜໍ່​ແໜງ ປັດ​ໄຈ​ໃໝ່ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ໃນ 1 ປີ­ຜ່ານ­ມາ ພ້ອມ​ນັ້ນ ໄດ້​ຄົ້ນ­ຄວ້າ​ປະ­ກອບ​ຄຳ​ເຫັນ​ຕໍ່​ບັນ­ຫາ​ຕ່າງໆ​ທີ່​ຕັ້ງ​ຂຶ້ນ​ໃນ​ກອງ​ປະ­ຊຸມ​ຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະ­ເພາະ ສຸມ​ໃສ່​ວິ­ເຄາະ​ໄຈ້​ແຍກ​ບັນ­ຫາ​ການ­ຈັດ­ຕັ້ງ ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຜນ​ງົບ­ປະ­ມານ ແຜນ​ເງິນ­ຕາ ປະ­ຈຳ​ປີ 2019 ແລະ ທິດ​ທາງ​ແຜນ­ການ ປະ­ຈຳ​ປີ 2020 ກໍ​ຄື ວຽກ​ງານ​ຮັບ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ທາງ​ດ້ານ​ການ­ເມືອງ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ ການ​ກະ­ກຽມ ແລະ ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ ແລະ ບັນ­ຫາ​ອື່ນໆ​ທີ່​ໄດ້​ນຳ​ມາ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ.

ກອງ​ປະ­ຊຸມ​ມີ​ຄວາມ​ເປັນ​ເອ­ກະ​ພາບ​ຮັບ­ຮອງ​ເອົາ​ວຽກ​ງານ ແລະ ທິດ​ທາງ​ວຽກ​ງານ​ຈຸດ​ສຸມ​ໃນ­ຕໍ່­ໜ້າ ທີ່​ແນ­ໃສ່​ສ້າງ​ການ​ຫັນ­ປ່ຽນ​ອັນ​ແຂງ­ແຮງ​ໃນ​ແຕ່​ລະ​ຂົງ­ເຂດ​ວຽກ​ງານ ສ້າງ​ບັນ­ດາ​ປັດ​ໄຈ​ຕົວ​ຈິງ ເພື່ອ​ຄ້ຳ­ປະ­ກັນ​ການ​ສືບ­ຕໍ່​ສ້າງ​ການ​ຫັນ­ປ່ຽນ​ຢ່າງ​ຕັ້ງ­ໜ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ສ້າງ​ຂະ​ບວນ​ການ​ແຂງ­ແຮງ​ຕໍ່​ເນື່ອງ ສະ­ເຫຼີມ ສະ­ຫຼອງ​ວັນ​ສຳ­ຄັນ​ຂອງ​ພັກ-ຂອງ​ຊາດ ກະ­ກຽມ​ໃຫ້­ການ​ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ ສ້າງ​ການ​ຫັນ­ປ່ຽນ​ໃໝ່ ເພື່ອ​ກ້າວ​ເຂົ້າ​ສູ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ເນື້ອ​ໃນ​ເຫຼົ່າ­ນັ້ນ ກອງ​ປະ­ຊຸມ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ສ້າງ​ຄວາມ​ເຂົ້າ­ໃຈ​ເປັນ​ເອ­ກະ​ພາບ ແລະ ເລິກ­ເຊິ່ງ​ກວ່າ​ເກົ່າ​ຕໍ່​ຄວາມ​ຮັບ­ຜິດ­ຊອບ​ການ­ເມືອງ ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ແຕ່​ລະ​ສະ­ຫາຍ​ສູນ​ກາງ ນັບ​ທັງ​ເລ­ຂາ​ຄະ­ນະ​ພັກ​ກະ­ຊວງ ອົງ­ການ​ແຂວງ ໃນ​ການ​ນຳ­ພາ-ຊີ້​ນຳ​ຜັນ​ຂະ­ຫຍາຍ​ມະ­ຕິ​ຄຳ​ສັ່ງ ລວມ​ທັງ​ບັນ­ດາ​ນິ­ຕິ​ກຳ​ຕ່າງໆ​ຂອງ​ສູນ​ກາງ​ພັກ ແລະ ລັດ­ຖະ­ບານ​ວາງ​ອອກ ພ້ອມ​ທັງ​ເປັນ​ເຈົ້າ​ການ​ນຳ­ພາ-ຊີ້​ນຳ​ແກ້​ໄຂ​ບັນ­ຫາ​ຕ່າງໆ​ຢ່າງ​ຈິງ​ຈັງ​ຮັບ­ປະ­ກັນ​ໝາກ­ຜົນ​ຕົວ​ຈິງ.

Không có nhận xét nào:

Đăng nhận xét