Welcome to Weblog Samouay Portal
F

ຮ່ວມສະແດງຄວາມຍິນດີຮັບຕຳແໜ່ງ ປະທານາທິບໍດີ ອິນໂດເນເຊຍ

ວັນ​ທີ 19-21 ຕຸ­ລາ 2019 ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ເປັນ​ຜູ້­ຕາງ­ໜ້າ​ພິ­ເສດ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ນຳ­ພາ​ຄະ­ນະ​ຜູ້​ແທນ​ລາວ​ເຮົາ​ເຂົ້າ​ຮ່ວມ​ພິ­ທີ​ສາ­ບານ​ໂຕ ເພື່ອ​ຮັບ​ຕຳ­ແໜ່ງ​ເປັນ​ປະ­ທາ­ນາ­ທິ­ບໍ­ດີ ແລະ ຮອງ​ປະ­ທາ­ນາ­ທິ­ບໍ­ດີ​ຂອງ ສາ­ທາ­ລະ­ນະ​ລັດ ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ ຕາມ​ການ​ເຊື້ອ​ເຊີນ​ຂອງ​ລັດ­ຖະ­ບານ​ອິນ​ໂດ​ເນ​ເຊຍ ເຊິ່ງ​ພິ­ທີ​ຈັດ​ຂຶ້ນ​ທີ່ ນະ­ຄອນ­ຫຼວງ​ຈາ​ກາ​ຕາ ອິນ​ໂດ​ເນ​ເຊຍ ມີ​ບັນ­ດາ​ການ​ນຳ​ຂັ້ນ​ສູງ​ຈາກ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ສປ ຈີນ ອົດ​ສະ​ຕາ​ລີ ສ ອາ​ເມ​ຣິ​ກາ ສ ເກົາ­ຫຼີ ຍີ່­ປຸ່ນ ແລະ ປະ­ເທດ​ເພື່ອນ​ມິດ​ຂອງ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມ​ເປັນ​ກຽດ ແລະ ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ທ່ານ ໂຈ​ໂກ ວິ​ໂດ​ໂດ ປະ­ທາ­ນາ­ທິ­ບໍ­ດີ ແລະ ທ່ານ ມາ​ຣຸ​ຟ ອາ​ມິນ ຮອງ​ປະ​ທາ​ນາ​ທິ ບໍ­ດີ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ພິ­ທີ​ອັນ​ຊົງ​ກຽດ​ດັ່ງ­ກ່າວ.
ພິ­ທີ​ສາ­ບານ​ໂຕ​ເຂົ້າ​ຮັບ​ຕຳ­ແໜ່ງ​ປະ­ທາ­ນາ­ທິ­ບໍ­ດີ ແລະ ຮອງ​ປະ­ທາ­ນາ­ທິ­ບໍ­ດີ ຂອງ​ອິນ​ໂດ​ເນ​ເຊຍ ຖື​ເປັນ​ສັນ­ຍາ​ລັກ​ທີ່​ມີ​ຄວາມໝາຍ​ສຳ­ຄັນ​ໃນ​ລະ­ບອບ​ການ­ເມືອງ ແລະ ການ​ປົກ­ຄອງ​ປະ­ເທດ​ອິນ​ໂດ​ເນ​ເຊຍ ເຊິ່ງ​ລັດ​ຖະ​ທຳ​ມະ­ນູນ​ໄດ້​ກຳ­ນົດ​ໃຫ້​ປະ­ທາ­ນາ­ທິ­ບໍ­ດີ ແລະ ຮອງ​ປະ­ທາ­ນາ­ທິ­ບໍ­ດີ ທີ່​ໄດ້​ຊະ­ນະ​ການ​ເລືອກ​ຕັ້ງ ຕ້ອງ​ໄດ້​ຜ່ານ​ພິ­ທີ​ສາ­ບານ​ໂຕ​ຢ່າງ​ເປັນ​ທາງ​ການ ທີ່​ລັດ​ຖະ​ສະ­ພາ​ແຫ່ງ​ຊາດ​ກ່ອນ​ການ​ເຂົ້າ​ບໍ­ລິ­ຫານ​ປະ­ເທດ​ຢ່າງ​ເປັນ​ທາງ​ການ.

ການ​ເຂົ້າ​ຮ່ວມ​ພິ­ທີ​ສຳ­ຄັນ​ຄັ້ງ​ນີ້​ຂອງ​ຄະ­ນະ​ຜູ້​ແທນ​ລາວ ເປັນ​ການ​ສືບ­ຕໍ່​ເຈດ​ຕະ​ນາ​ລົມ​ອັນ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ​ຂອງ​ລາວ ໃນ​ການ​ຮັດ​ແໜ້ນ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ສົ່ງ­ເສີມ​ການ​ພົວ­ພັນ​ຮ່ວມ​ມື​ທີ່​ດີ ລະ­ຫວ່າງ ລາວ​ກັບ​ບັນ­ດາ​ປະ­ເທດ​ຕ່າງໆ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ໂດຍ​ສະ­ເພາະ ກັບ​ປະ­ເທດ​ເພື່ອນ​ມິດ​ອິນ​ໂດ​ເນ​ເຊຍ​ທີ່­ຢູ່​ໃນ​ຄອບ­ຄົວ​ອາ​ຊຽນ​ດຽວ​ກັນ ທັງ​ເປັນ​ການ​ນຳ​ເອົາ​ການ​ສະ­ໜັບ­ສະ­ໜູນ​ຢ່າງ​ຈິງ​ໃຈ​ຈາກ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ລາວ​ມາ​ຍັງ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ອິນ​ໂດ​ເນ​ເຊຍ​ໃນ​ໂອ­ກາດ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ຄັ້ງ​ນີ້.

Không có nhận xét nào:

Đăng nhận xét