Welcome to Weblog Samouay Portal
F

ສູນເລືອດແຫ່ງຊາດ ສືບຕໍ່ຈັດກິດຈະກຳຮັບບໍລິຈາກເລືອດ

ເພື່ອ​ສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ​ຄົນ​ເຈັບ ທີ່​ຕ້ອງ­ການ​ເລືອດ​ທີ່​ນອນ​ປິ່ນ­ປົວ​ຢູ່​ຕາມ​ໂຮງ­ໝໍ​ແຫ່ງ​ຕ່າງໆ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເວົ້າ​ລວມ ເວົ້າ​ສະ­ເພາະ ຢູ່​ບັນ­ດາ​ໂຮງ­ໝໍ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ມີ​ຄົນ​ເຈັບ­ເປັນ​ຈຳ­ນວນ​ຫຼວງ ຫຼາຍ​ຕ້ອງ­ການ​ເລືອດ​ເພື່ອ​ການ​ປິ່ນ­ປົວ ແລະ ຊ່ວຍ​ຊີ­ວິດ​ເຂົາ­ເຈົ້າ ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ຈັດ​ກິດ­ຈະ­ກຳ​ຮັບ​ບໍ­ລິ­ຈາກ​ເລືອດ​ຂຶ້ນ ວັນ​ທີ 23 ຕຸ­ລາ 2019 ທີ່​ສູນ​ເລືອດ​ແຫ່ງ​ຊາດ ມີ​ນັກ­ຮຽນ-ນັກ​ສຶກ​ສາ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ​ແຫ່ງ​ຕ່າງໆ ສຳ­ນັກ­ງານ ອົງ­ການ ທັງ​ພາກ​ລັດ ເອ­ກະ​ຊົນ ແລະ ມວນ​ຊົນ​ຜູ້​ໃຈ​ບຸນ​ທັງ­ຫຼາຍ​ເຂົ້າ​ຮ່ວມ​ບໍ­ລິ­ຈາກ​ເລືອດ.
ໃນ​ປີ ຜ່ານ​ມາ​ບັນ­ດາ​ຊັ້ນ​ຄົນ​ຕ່າງໆ ຮ່ວມ​ກັບ​ສູນ​ເລືອດ​ໃນ​ທົ່ວ​ປະ­ເທດ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປຸກ­ລະ­ດົມ ເຊີນ­ຊວນ​ຊັ້ນ​ຄົນ​ເຂົ້າ​ຮ່ວມ​ບໍ­ລິ­ຈາກ​ເລືອດ​ຢ່າງ​ຕໍ່​ເນື່ອງ ແຕ່​ທຽບ­ໃສ່​ຄວາມ​ຕ້ອງ­ການ​ເຫັນ​ວ່າ​ຍັງ​ບໍ່​ທັນ​ພຽງ­ພໍ ການ​ບໍ­ລິ­ຈາກ​ເລືອດ​ຍັງ​ຈະ​ໄດ້​ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ­ໃສ່​ການ​ປຸກ­ລະ­ດົມ ເຊີນ­ຊວນ​ໃຫ້​ມີ​ຜູ້​ບໍ­ລິ­ຈາກ​ເລືອດ​ຫຼາຍ​ຂຶ້ນ ສ່ວນ​ໜຶ່ງ​ຍ້ອນ​ສູນ​ເລືອດ​ຢູ່ ຫຼາຍ​ແຂວງ​ບໍ່​ສາ­ມາດ​ເຄື່ອນ​ໄຫວ​ໄດ້​ເທົ່າ​ທີ່​ຄວນ ຍ້ອນ​ສະ­ພາບ​ຄວາມ​ເປັນ​ຈິງ​ໃນ​ແຕ່​ລະ​ທ້ອງ­ຖິ່ນ ເສັ້ນ­ທາງ​ເປ່​ເພ ກຸ່ມ​ຜູ້​ບໍ­ລິ­ຈາກ​ເລືອດ​ຖືກ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ນ້ຳ​ຖ້ວມ ແລະ ການ­ລະ­ບາດ­ພະ­ຍາດ​ໄຂ້­ເລືອດ­ອອກ ໃນ 9 ເດືອນ ປີ 2019 ທົ່ວ​ປະ­ເທດ​ສາ­ມາດ​ເຈາະ​ເລືອດ ໄດ້ 40.052 ຄົນ (ຖົງ) ຖ້າ​ທຽບ­ໃສ່​ແຜນ­ການ​ໄດ້ 72,84% ແລະ ຄາດ​ວ່າ​ຈະ​ສູ້​ຊົນ​ໃຫ້​ມີ​ຜູ້​ບໍ­ລິ­ຈາກ​ເລືອດ​ໄດ້​ຕາມ​ແຜນ­ການ​ທີ່​ວາງ​ໄວ້ 55.000 ຖົງ.

ສະ­ເພາະ​ກິດ­ຈະ­ກຳ​ຄັ້ງ​ນີ້ ມີ​ວິ­ທະ­ຍາ­ໄລ​ພາກ​ລັດ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ​ສຸ­ຂະ­ພາບ ວິ­ທະ­ຍາ­ໄລ​ພາກ​ເອ­ກະ​ຊົນ ລວມ 24 ພາກ­ສ່ວນ ມີ​ຜູ້​ເຂົ້າ​ຮ່ວມ 400 ຄົນ ເຊິ່ງ​ຄາດ​ວ່າ​ຈະ​ມີ​ຜູ້​ໃຫ້­ການ​ປະ­ກອບ­ສ່ວນ​ບໍ­ລິ­ຈາກ​ເລືອດ​ຄັ້ງ​ນີ້ ປະ­ມານ 300 ຄົນ.

Không có nhận xét nào:

Đăng nhận xét