ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 709/ຈຂ.ສວ ລົງວັນທີ 12 ພະຈິກ 2019 ວ່າດ້ວຍການໂຍກຍ້າຍ ທ່ານ ສົມໃຈ ອຸ່ນຈິດ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ຜູ່ເກົ່າ ໄປປະຈຳການຢູ່ບ່ອນໃໝ່ ແລະ ປະຕິບັດຕາມຂໍ້ຕົກລົງເລກທີ 710/ຈຂ.ສວ ລົງວັນທີ 12 ພະຈິກ 2019 ວ່າດ້ວຍການເຫັັນດີແຕ່ງຕັ້ງ: ທ່ານ ມະໄລວອນ ສີປະເສີດ ຮອງຫົວໜ້າພະແນກ ຖວທ ແຂວງ ເປັນຜູ່ຮັກສາການ. ຈາກນັ້ນ, ທ່ານ ສົມໃຈ ອຸ່ນຈິດ ກໍ່ໄດ້ກ່າວມອບໜ້າທີ່ວຽກງານໃນແຕ່ລະດ້ານ ໃນໄລຍະທີ່ໄດ້ຊີ້ນຳໆພາ, ທັງດ້ານດີ, ຂໍ້ຄົງຄ້າງ ແລະ ແຜນສືບຕໍ່ປະຕິບັດໃນຕໍ່ໜ້າ, ໂດຍສະເພາະແມ່ນວຽກງານກໍ່ສ້າງພັກ-ພະນັກງານ ເປັນຕົ້ນ: ໄດ້ປະກາດຈາກໜ່ວຍພັກ ເປັນຮາກຖານພັກ ແລະ ໄດ້ຈັດສົ່ງພະນັກງານ ໄປຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ຈຳນວນຫຼາຍສະຫາຍ, ຄຽງຄູ່ກັນກັບວຽກງານວິຊາສະເພາະ ກໍ່ໄດ້ຮັບຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ໄດ້ມີການປັບປຸງວຽກງານສື່ມວນຊົນ ທາງດ້ານປະລິມານ ແລະ ຄຸນນະພາບ ເຊັ່ນ: ຍົກລະດັບໜັງສືພິມຂອງແຂວງ, ລາຍການວິທະຍຸ ແລະ ລາຍການໂທລະພາບ. ນອກນັ້ນໄດ້ເອົາໃຈໃສ່ສ້າງສີ່ງອຳນວຍຄວາມສະດວກໃນເຂດແຫຼ່ງທ່ອງທ່ຽວຕ່າງໆ ເປັນຕົ້ນ: ໄດ້ນຳພາບຸກເບີກສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງໃໝ່ ຄື: ແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ຈາກນັ້ນ, ກໍ່ໄດ້ລົງນາມເຊັນມອບ-ຮັບໜ້າ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ ຢ່າງເປັນທາງການ.
F
N
[ແຂວງສາລະວັນ] ແຕ່ງຕັ້ງຜູ່ຮັກສາການຫົວໜ້າພະແນກ ຖວທ ແຂວງສາລະວັນ
ວັນທີ 25 ພະຈິກນີ້, ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າພະແນກ ຖວທ ແຂວງ ຢ່າງເປັນທາງການ ລະຫວ່າງ ທ່ານ ສົມໃຈ ອຸ່ນຈິດ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ຜູ່ເກົ່າ ກັບ ທ່ານ ມະໄລວອນ ສີປະເສີດ ຮອງຫົວໜ້າພະແນກ ຖວທ ເປັນຜູ່ຮັກສາການ, ໂດຍຊ້ອງໜ້າ ທ່ານ ພູທົງ ຄຳມະນີວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ຫົວໜ້າ-ຮອງຫ້ອງການ ຖວທ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ຂະແໜງການອ້ອມຂ້າງເຂົ້າຮ່ວມ ເປັນສັກຂິພິຍານ.


Interesting Articles:
- Thổ Nhĩ Kỳ dọa đóng cửa căn cứ không quân Incirlik nếu bị Mỹ trừng phạt
- Liên đoàn bóng đá Indonesia (PSSI) quyết định sa thải HLV Indra Sjafri sau khi để thua thầy Park ở SEA Games 30
- Tại sao trong bữa cơm cuối cùng của tử tù thời xưa luôn có một miếng thịt sống?
- Máy lạ gọi đến xưng 'chuyên án Bộ Công an', đại gia mất ngay 4 tỷ
- [ແຂວງສາລະວັນ] ໜ່ວຍພັກຄະນະກວດກາ ປະເມີນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
- Phụ nữ thường ham muốn chuyện ấy trong ngày rụng trứng...Tại sao?
- Uống bia đúng cách hại bất cập lợi
- Ngày ăn vài hạt mà lại tốt cho sức khỏe ,chống được cả bệnh ung thư
Nhãn:
2019,
News,
Province's News
Không có nhận xét nào:
Đăng nhận xét