Welcome to Weblog Samouay Portal
F

[ເມືອງຕຸ້ມລານ] ປະກາດແຕ່ງຕັ້ງຮອງເຈົ້າເມືອງຜູ້ໃໝ່

ປະກາດແຕ່ງຕັ້ງຮອງເຈົ້າເມືອງຕຸ້ມລານຜູ້ໃໝ່.


   ເມື່ອວັນທີ 20 ພະຈິກ 2019 ຢູ່ຫ້ອງວ່າການປົກຄອງ ເມືອງຕຸ້ມລານ ,ແຂວງສາລະວັນ .ໄດ້ຈັດພິທີປະກາດແຕ່ງຕັ້ງຮອງເຈົ້າເມືອງ ແລະ ມອບ-ຮັບ ໜ້າທີ່, ພາຍໃຕ້ການເປັນປະທານຂອງ ທ່ານ ສົມຄິດ ກອງໄຊສະຫວັດ ,ຮອງເລຂາພັກເມືອງ ,ຜູຊີ້ນໍາວຽກງານການເມືອງ - ແນວຄິດ, ພັກ-ພະນັກງານ, ເຂົ້າຮ່ວມມີ ທານ ອູທອງ ມູນລາສີ ,ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການເຂົ້າຮ່ວມ. ທ່ານ ນາງ ສົມຈິດ ຈະເລີນສຸກ ,ຮອງຫົວໜ້າ ຄະນະຈັດຕັ້ງເມືອງ ,ໄດ້ຜ່ານຂ້ຕົກລົງຂອງທານ ເຈົ້າແຂວງສາລະວັນ ,ສະບັບເລກທີ: 695 /ຈຂ.ສວ ,ລົງວັນທີ 11 ພະຈິກ 2019 ,ວ່າດ້ວຍການແຕ່ງຕັ້ງຮອງເຈົ້າເມືອງຕຸ້ມລານ, ໂດຍແຕ່ງຕັ້ງ ທ່ານ ວັນເພັງ ອິນທະສອນ ,ຄະນະປະຈາພັກເມືອງ ,ເປັນຮອງເຈົ້າເມືອງຕຸ້ມລານ ແລະ ແຕ່ງຕັ້ງ ທ່ານ ແສງອາລຸນ ອຸນຄາມະນີ ,ກໍາມະການພັກເມືອງ ,ເປັນຮອງເຈົ້າເມືອງຕຸ້ມລານ ແລະ ປະຕິບັດຕາມ ຂ້ຕົກລົງຂອງທ່ານເຈົ້າເມືອງຕຸມລານ ,ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການອ້ອມຂ້າງເມືອງເປັນຕົ້ນ: ໄດ້ແຕ້ງຕັ້ງທ້ານ ທອງດາ ຫຼວງແສງ ,ກໍາມະການພັກເມືອງ ,ເປັນຫົວໜ້າຫ້ອງວ່າການປົກຄອງເມືອງ ,ແຕ່ງຕັ້ງທ່ານ ນາງ ປັ່ນແກວ ເຮືອງສີ ,ກໍາມະການພັກເມືອງ ,ເປັນປະທານສະຫະພັນກໍາມະບານເມືອງ, ແຕ່ງຕັ້ງ ທ່ານ ຄໍາໝອກ ໄຊຍະບຸດ ,ກໍາມະການພັກເມືອງ ,ເປັນຫົວໜ້າຫ້ອງການພາຍໃນເມືອງ ແລະ ແຕ່ງຕັ້ງ ທ່ານ ນາງ ແກນຈັນ ຈັນທະສອນ ,ກໍາມະການພັກ ເມືອງ ,ເປັນຫົວໜ້າຄະນະໂຄສະນາ - ອົບຮົມ ເມືອງ, ພ້ອມທັງມີການເຊັ່ນບົດບັນທຶກມອບ - ຮັບວຽກງານຕື່ມອີກ.

Không có nhận xét nào:

Đăng nhận xét