Welcome to Weblog Samouay Portal
F

ຄໍາຄົມ - ຄະຕິເຕືອນໃຈ - ສຸພາສິດ - ການຮຽນຮູ້

* ຄໍາຄົມ - ຄະຕິເຕືອນໃຈ - ສຸພາສິດ - ການຮຽນຮູ້:



01. ຜູ້ມີປັນຍາຈະສ້າງໂອກາດຫຼາຍກວ່າຫາໂອກາດ.
02. ຄົນໂງ່ບໍ່ໄດ້ຮຽນຮູ້ອັນໃດຈາກຄົນສະຫຼາດ, ແຕ່ກົງກັນຂ້າມໄດ້ຮຽນຮູ້ຢ່າງຫຼວງຫຼາຍ ຈາກຄົນໂງ່. 
03. ຄົນຂໍທານບໍ່ເຄີຍອິດສາມະຫາເສດຖີ, ແຕ່ເຂົາຈະອິດສາຄົນຂໍທານດ້ວຍກັນທີ່ໄດ້ປະສົບຄວາມສໍາເລັດຫຼາຍກວ່າ. 
04. ຖ້າຫາກຫາຄວາມສຸກໃນຕົວເຮົາບໍ່ພົບກໍ່ຍາກທີ່ຈະຫາພົບຢູ່ບ່ອນອື່ນໄດ້. 
05. ນົກບໍ່ມີຂົນ, ຄົນບໍ່ມີເພື່ອນຈະບິນສູງແມ່ນບໍ່ໄດ້. 
06. ເມື່ອພໍ່ຄ້າຕໍານິສິນຄ້ານັ້ນກໍໝາຍຄວາມວ່າເຂົາຕ້ອງການຢາກຊື້ສິນຄ້າ. 
07. ຄົນສະຫຼາດຈະສະແຫວງຫາຄໍາສັ່ງສອນ, ຄົນໂງ່ຈ້າຈະສະແຫວງຫາແຕ່ຄໍາຍ້ອງຍໍ. 
08. ຄົນດີຄືຜູ້ທີ່ລືມຄວາມຜິດຂອງຜູ້ອື່ນໆແຕ່ຈະຈໍາຄວາມຜິດຂອງຕົນເອງໄດ້ທຸກໆເທື່ອ. 
09. ເພື່ອນທີ່ເຮັດວຽກຮ່ວມກັນບໍ່ໄດ້ກໍ່ບໍ່ຕ່າງຫຍັງກັບສັດຕູຢູ່ຄຽງຂ້າງ.
10. ຄົນໂງ່ບໍ່ອາດເປັນນັກສະແດງທີ່ດີໄດ້, ແຕ່ວ່ານັກສະແດງທີ່ດີສາມາດສະແດງເປັນຄົນໂງ່ໄດ້. 
11. ຄົນທີ່ຫຶງຫວງ ແລະ ອິດສາລິດສະຫຍານັ້ນນອກຈາກຈະເຮັດໃຫ້ຄົນອື່ນວຸ້ນວາຍແລ້ວຍັງທໍລະມານຕົນເອງອີກ. 
12. ໜ້າທີ່ແທ້ຈິງຂອງຜູ້ນໍາກໍ່ຄືການຄົ້ນຄິດຫານະໂຍບາຍ ແລະ ບັງຄັບໃຊ້ມັນຫຼາຍ ກ່ວາທີ່ຈະມົວເມົານໍາແຕ່ການແກ້ບັນຫາທີ່ຈະເກີດຈາກນະໂຍບາຍ.
13. ນາທີທີ່ມືດມົນຂອງຄົນໆໜຶ່ງກໍ່ຄືຕອນທີ່ເຂົານັ່ງວາງແຜນຫາເງິນແລ້ວບໍ່ເຮັດຫຍັງ. 
14. ເງິນຄືໄມ້ຫຼາວັດແທກຄວາມສໍາເລັດອັນໂງ່ຈ້າ, ແຕ່ມັນກໍ່ເປັນເຄື່ອງວັດແທກພຽງຢ່າງດຽວທີ່ຄົນທົ່ວໂລກຍັງໃຊ້ກັນຢູ່. 
15. ນໍ້າໃສເກີນໄປປາຢູ່ບໍ່ໄດ້, ເຈົ້ານາຍເຂັ້ມງວດເກີນໄປໄຮ້ບໍລິວານ. 
16. ຄົນທີ່ບັນຊາຕົນເອງບໍ່ໄດ້ຍ່ອມບໍ່ເໝາະສົມທີ່ຈະບັນຊາຄົນອື່ນ. 
17. ເມື່ອຄັ້ງບູຮານນະການ, ປະເທດທີ່ຮັ່ງມີກ່ວາໝູ່ແມ່ນປະເທດທີ່ມີທໍາມະຊາດອຸດົມສົມບູນ, ແຕ່ໃນປັດຈຸບັນ, ປະເທດທີ່ຮັ່ງມີກວ່າໝູ່ແມ່ນປະເທດທີ່ມີຄົນອຸດົມສົມບູນດ້ວຍປັນຍາ. 
18. ຄວາມສໍາເລັດຄືຊັບສົມບັດອັນລໍ້າຄ່າ ແລະ ຄວາມຜິດພາດກໍ່ເປັນຊັບສົມບັດອັນລໍ້າຄ່າເຊັ່ນດຽວກັນຖ້າເຮົາຫາກຮຽນຮູ້ຈາກມັນ. 
19. ຫາກເຂັ່ງຂັດໃນຂອບຕາຍຕົວມີແຕ່ຈະເຮັດໃຫ້ຫຼ້າຫຼັງ ແລະ ຈະກັບກາຍເປັນຄວາມຫຼົ້ມເຫຼວໄດ້ໃນທີ່ສຸດ.
20. ຜູ້ນໍາທີ່ດີຈະບໍ່ບໍລິຫານແບບພະນັກງານດັບເພີງທີ່ລໍຄອຍຖ້າແຕ່ໃຫ້ມີໄຟໄໝ້ແລ້ວຈຶ່ງໄປມອດ, ແຕ່ຈະບໍລິຫານງານຄວບຄຸມການມອດໄຟນັ້ນມັນຕ້ອງໄດ້ຄົ້ນຄິດຫາວິທີການປ້ອງກັນບໍ່ໃຫ້ເກີດມີໄຟໄໝ້ຢູ່ຕະຫຼອດເວລາ. 
21. ກຽດສັກສີບໍ່ໄດ້ຈາກສິ່ງທີ່ເຮົາຮັບ, ແຕ່ໄດ້ຈາກສີ່ງທີ່ເຮົາໃຫ້.
22. ຖ້າທ່ານມອບຄວາມຮັບຜິດຊອບໃຫ້ແກ່ຄົນທີ່ບໍ່ສົມຄວນໄດ້ຮັບກໍ່ເທົ່າກັບທ່ານທໍາລາຍຄົນຜູ້ນັ້ນ. 
23. ເວລາຈະຊ້າເກີນໄປສໍາລັບຜູ້ລໍຄອຍ, ໄວເກີນໄປສໍາລັບຜູ້ທີ່ຢ້ານກົວ ,ຍາວເກີນໄປສໍາລັບຜູ້ເສົ້າໂສກ,ສັ້ນເກີນໄປສໍາລັບຜູ້ທີ່ເສບສຸກ, ແຕ່ສໍາລັບຜູ້ທີ່ມີຄວາມພໍພຽງແລ້ວເວລາຄືອໍາມະຕະນິລັນການ. 
24. ກົດເກນແຫ່ງທໍາມະຊາດມັນຈະປ່ຽນແປງໄປຕາມລະດູການຢູ່ໃນຕົວຂອງມັນເອງ, ບໍ່ມີມະນຸດ ຫຼື ສັດເດັຍລະສານໂຕໃດ? ຈະຢູ່ຄູ່ຟ້າບໍ່ໄດ້ດອກ. 
25. ຢ່າເຊື່ອໃຈທາງຢ່າວາງໃຈຄົນມັນຈະສັບສົນຕົນເອງ.


Không có nhận xét nào:

Đăng nhận xét