Welcome to Weblog Samouay Portal
F

ຕໍານານການດໍາລົງຊີວິດຮັບໃຊ້ສັງຄົມ

* ຕໍານານການດໍາລົງຊີວິດຮັບໃຊ້ສັງຄົມ:



01. ຄິດເຖີງຮ່າງກາຍຕົນເອງ ຢ່າອະທິຖານວ່າບໍ່ເປັນພະຍາດ.
- ຍ້ອນວ່າເປັນພະຍາດແມ່ນເກີດ ຈາກການໂລບມາກໂລພາ.
02. ຢູ່ໃນຊີວິດຢ່າອະທິຖານວ່າ ບໍ່ພົບຄວາມຫ້ຍຸງຍາກ.
03. ຊົ່ວຊີວິດຢ່າອະທິຖານວ່າ ບໍ່ພົບອຸປະສັກ.
- ບໍ່ພົບອຸປະສັກແມ່ນການຮໍ່າຮຽນ ບໍ່ສຸດກົກສຸດປາຍ.
04. ທຸກພາລະກິດຢ່າຄອງຄອຍວ່າ ບໍ່ພົບຄວາມຫ້ຍຸງຍາກທຸລະກັນດານ.
- ບໍ່ຫຍຸ້ງຍາກທຸລະກັນດານ ແມ່ນບໍ່ອົງອາດກ້າຫານ.
05. ເຮັດວຽກຢ່າຄອງຄອຍວ່າຈະສໍາເລັດແບບງ່າຍດາຍ.
- ຖ້າສໍາເລັດແບບງ່າຍດາຍຈະພາໃຫ້ຈິດໃຈອວດອົ່ງແບບຈອງຫອງ.
06. ການແລກປ່ຽນຄ້າຂາຍຢ່າເຫັນແກ່ຜົນປະໂຫຍດຕົນເອງ.
- ເພາະຜົນປະໂຫຍດຕົນເອງແມ່ນເຮັດໃຫ້ເສຍດ້ານຄຸນລະທໍາ.
07. ເຮັດນໍາຄົນຢ່າຄິດເອົາແຕ່ໃຈຕົນເອງ.
- ການເອົາໃຈຕົນເອງຈະນໍາພາໃຫ້ເກີດການອວດອົ່ງທະນົງຕົວ.
08. ເຫັນແກ່ບຸນຄູນ, ຢ່າຮຽກຮ້ອງເຖີງສີ່ງຕອບແທນ.
- ເພາະສີ່ງຕອບແທນບໍ່ແມ່ນບຸນຄຸນທີ່ມີຊັ້ນເຊີງ.
09. ເຫັນວ່າມີຜົນປະໂຫຍດ ຢ່າຍື່ນມືເຂົ້າໄປຫາ.
- ເພາະວ່າການຍື່ນມືເຂົ້າໄປຫາຈະເສັຍຄວາມຮູ້ສຶກທາງປັນຍາ.
10. ພົບຄວາມບໍ່ຍຸຕິທໍາບໍ່ຕ້ອງການຊີ້ແຈງ.
- ເພາະວ່າການຊີ້ແຈງແມ່ນການຄັດຄ້ານ, ແມ່ນການລ້າງແຄ້ນເຮັດໃຫ້ ຄວາມບໍ່ຍຸຕິທໍາຖຶກແກ່ຍາວເວລາ.
➢ ການຢູ່ຮ່ວມກັນໄດ້ຕ້ອງມີສ່ວນຮ່ວມ:
1. ຕ້ອງມີການເກື້ອກຸນຊື່ງກັນ ແລະ ກັນ.
2. ຕ້ອງມີການຮ່ວມໄມ້ຮ່ວມມືຊື່ງກັນ ແລະ ກັນ.
3. ຕ້ອງມີການໃຫ້ອະໄພຊື່ງກັນ ແລະ ກັນ.
➢ ການຢູ່ຮ່ວມກັນດ້ວຍຄວາມຄຽດຊັງຈະຊອກຫາການທໍາລາຍຊຶ່ງກັນ ແລະ ກັນ ແລະ ຢູ່ຮ່ວມກັນແບບບໍ່ມີຄວາມສຸກ.
➢ ບ່ອນໃດ? ມີການກົດຂີ່ຂູດຮິດຢູ່ບ່ອນນັ້ນແມ່ນບໍ່ມີຄວາມຍຸຕິທໍາ.
➢ ບ່ອນໃດ? ມີການກົດຂີ່ຂູດຮີດຢູ່ບ່ອນນັ້ນແມ່ນມີການຕໍ່ສູ້.

Không có nhận xét nào:

Đăng nhận xét