Welcome to Weblog Samouay Portal
F

ເຄັດລັບຂອງຄົນທີ່ທ້ອນເງິນບໍ່ໄດ້

* ເຄັດລັບຂອງຄົນທີ່ທ້ອນເງິນບໍ່ໄດ້! 


ທ່ານໃດກໍາລັງປະສົບກັບບັນຫາທີ່ບໍ່ສາມາດທ້ອນເງິນໄດ້ຕ້ອງອ່ານທາງນີ້, ເງິນກ່ວາຈະຫາມາໄດ້ແຕ່ລະກີບກໍຖືວ່າຍາກລໍາບາກແລ້ວ, ແຕ່ການທ້ອນເງິນທີ່ຫາມາໄດ້ໃຫ້ຢູ່ກັບເຮົາໄປດົນໆທີ່ສູດນັ້ນແມ່ນຍີ່ງຍາກກ່ວາ.
ສະນັ້ນລອງມາຄິດເບີ່ງນໍາກັນວ່າ: ໄດ້ມີຄໍາແນະນໍາວິທີການທ້ອນເງິນຂອງທ່ານແນວໃດແດ່ທີ່ຈະຊ່ວຍໃຫ້ທ່ານແກ້ໄຂບັນຫານີ້ໄດ້. 
- ເລືອກຝາກແບບປະຈໍາ ເພື່ອເປັນການບັງຄັບບໍ່ໃຫ້ໃຊ້ຈ່າຍເງິນຫຼາຍເກີນໄປ ຈົນບໍ່ເຫຼືອເງິນທ້ອນໄວ້ໃຊ້ໃນຍາມສູກເສີນ. 
- ຕ້ອງເຮັດບັນຊີລາຍຮັບລາຍຈ່າຍ; ນີ້ກໍເພື່ອໃຫ້ເຮົາຮູ້ວ່າການໃຊ້ຈ່າຍເງິນໃນແຕ່ລະຄັ້ງໄປເທົ່າໃດແລ້ວ, ຈ່າຍຄ່າຫຍັງ? ໄປແດ່ໃນແຕ່ລະເດືອນ ແລະ ຄວນຈົດລາຍການທີ່ຈໍາເປັນຕ້ອງຊື້ກ່ອນໄປຊື້ ເພາະຈະໄດ້ເປັນຂໍ້ຈໍາກັດບໍ່ໃຫ້ຊື້ສິ່ງຂອງທີ່ບໍ່ຈໍາເປັນ ແລະ ຍັງໄດ້ສີ່ງຂອງຄົບຖ້ວນຕາມທີ່ຕ້ອງການນໍາອີກ. 
- ຖ້າຢາກໄດ້ສີ່ງຂອງທີ່ຄິດວ່າບໍ່ຈໍາເປັນຄວນແບ່ງເງິນປະມານ 10% ຂອງເງິນເດືອນມາທ້ອນສະສົມຈົນຄົບຈໍານວນແລ້ວ, ຈື່ງຊື້ສີ່ງຂອງສິ່ງນັ້ນ ເພາະຖ້າທຸ້ມເງິນໄປໝົດກ້ອນອາດຈະບໍ່ມີເງິນເຫຼືອເພື່ອໃຊ້ຈ່າຍໃນຍາມສູກເສີນ. 
- ຖ້າໄດ້ເງິນພິເສດມາຢ່າຟ້າວເອົາໃສ່ກະເປົາ ເພາະເງິນອາດໝົດໄປໂດຍທີ່ບໍ່ຮູ້ໂຕ ທ່ານຄວນເອົາເງິນນັ້ນໄປລວມໄວ້ກັບພາກສ່ວນເງິນທ້ອນ ແລ້ວ ຢ່າລືມຈົດລົງໃນບັນຊີລາຍຮັບລາຍຈ່າຍນໍ. 
- ເຖີງເວລາທ້າຍປີ ;ທ້າຍ ເດືອນ; ທ້າຍງວດ ທ່ານຕ້ອງໄດ້ມີການກວດກາ ສະຫຼຸບ ບັນຊີຂອງທ່ານວ່າ: ຍອດເຫຼືອເງິນທີ່ມີໃນບັນຊີ............ແລະ ທ່ານຈະເກີດມີແນວຄິດອັນໃຫມ່ກໍເປັນໄດ້! 
☞ ຄໍາຄົມສອນໃຈ: 
# ຄົນຈົນຕ້ອງເປັນອົດທົນ, ສູ້ຊີວິດຄິດຄົ້ນ ນໍາເອົາບົດຮຽນທີ່ດີໃນການຕໍ່ຍອດຊີວິດ. 
☞ ຄົນຄິດຢາກລວຍຕ້ອງມີການວາງແຜນເສດຖະກິດໄວ້ລ່ວງຫນ້າ (ລໍໂອກາດ,ເວລາ,ເງື່ອນໄຂຕອບສະຫນອງ). 
# ຄົນເຮົາຕ້ອງຊອກຫາຫຼາຍຊ້ອງທາງ ຫາເງິນ ຖ້າທ່ານ ຢາກເປັນຄົນລວຍໃນອານາຄົດ !

Không có nhận xét nào:

Đăng nhận xét