Welcome to Weblog Samouay Portal
F

ຄວາມອົດທົນຈະກາຍເປັນຄົນເໜືອຄົນ

* ຄວາມອົດທົນຈະກາຍເປັນຄົນເໜືອຄົນ! 



☞ ຖ້າຫາກຄົນໃດມີຄວາມອົດທົນພະນານາມເຖີງລົ້ມເຫຼວພຽງໃດ? ຫຼືລົ້ມລຸກຄຸກຄານກໍ່ບໍ່ເຄີຍຫວັ່ນໄຫວ ລູກຂື້ນມາເພື່ອກ້າວຜ່ານອຸປະສັກເຫຼົ່ານັ້ນໄປໄດ້ເມື່ອໃດທີ່ທ່ານເປັນຄົນອົດທົນກໍ່ເທົ່າກັບທ່ານກາຍເປັນຄົນ ເໜືອຄົນ. 
- ຄົນເຮົາຈະຫຼຸດຄວາມຈິງລົ້ມລົງໄດ້ກໍເປັນບາງຄັ້ງຄາວ ແຕ່ສ່ວນໃຫ່ຍຄົນເຮົາຈະລຸກຂື້ນຍ່າງໄປຕໍ່. 
- ໃນຄວາມພະຍາຍາມອັນຍີ່ງໃຫ່ຍນັ້ນສະຫງ່າງາມເຖີງວ່າມັນຈະລົ້ມເຫຼວ. 
- ເມື່ອທ່ານຫວັງທີ່ຈະໄປເຖີງທີ່ສູງສຸດການໄປເຖີງລະດັບທີສອງ ຫຼື ແມ່ນແຕ່ທີສາມກໍເປັນທີ່ໜ້ານັບຖືແລ້ວ. 
- ຈື່ໄວ້ວ່າມີສີ່ງທີ່ດີຢູ່ທຸກສະຖານະການຄົ້ນຫາແລ້ວຄິດເຖີງແຕ່ສີ່ງທີ່ດີໆ ແລະ ຫັນຫຼັງໃຫ້ຄວາມທໍ້ແທ້ສີ້ນ ຫວັງ. 
- ຈິດໃຈຂອງຄົນກໍປຽບຄືກັບໂມງແບບໃສ່ລານທີ່ກຽມຈະໝົດລານຈະຕ້ອງເອົາຄວາມຄິດດີໆໄຂມັນຢູ່ທຸກໆຄັ້ງ.
- ຈົ່ງອົດທົນເບີ່ງຄືມັນຈະເປັນໄປບໍ່ໄດ້ກໍຕາມເພາະແນວໃດທ່ານກໍໄດ້ອົດທົນມາແລ້ວ. 
- ບໍ່ມີຫວັງຫນ້າເອົາໜ້າເປັນຄໍາວ່າ : <ເອົາ > ແລະ <ເປັນ> ໃນບ່ອນນີ້ໝາຍເຖີງການເອົາ ຫຼື ເປັນດ້ວຍຈິດໃຈຫຼົງໄຫຼຢຶດຕິດທັງໝົດທັງສີ້ນແທ້ໆ. 
- ດວງຕາທີ່ເບີ່ງທະລຸເຫັນໃຈຜູ້ອື່ນໄດ້ເລິກ ເຊິ່ງສ່ວນຫຼາຍຈະແມ່ນດວງຕາທີ່ເຄີຍຮ້ອງໄຫ້.
ຖ້າບຸກຄົນໃດໄປຢຶດຕິດກັບ 4 ຢ່າງລຸ່ມນີ້: 1.ເສຍໃຈ. 2.ອະດີດ. 3.ປັດຈຸບັນ. 4. ອານາຄົດ.
ຖ້າຫາກເຮົາມົວເມົາຢ່າງຫຼັບຫູຫຼັບຕາແລ້ວກໍຈະມີຄວາມທຸກຢ່າງເຕັມທີ່!

Không có nhận xét nào:

Đăng nhận xét