Welcome to Weblog Samouay Portal
F

ວິທີເບີ່ງໂລກໃນແງ່ດີ

* ວິທີເບີ່ງໂລກໃນແງ່ດີ:



➢ ເມື່ອຖືກຫມູ່ນິນທາ:
- ເມື່ອວ່າມີຄົນມານິນທາເຮົາສະແດງວ່າເຮົາມີອັນເດັ່ນໃດໜຶ່ງຈົນເຮັດໃຫ້ໝູ່ເພື່ອນຄິດອິດສາຊຶ່ງເຮົາໜ້າຈະມີກໍາລັງໃຈຈາກຈຸດນີ້ແທນທີ່ຈະໄປໂກດແຄ້ນທີ່ເພື່ອນນິນທາເຮົາ.
➢ ເມື່ອຍິ້ມໃສ່ສາວແລ້ວສາວບໍ່ສົນ :
- ໃຫ້ຄິດວ່າຍັງດີກ່ວາບໍ່ຖືກດ່າ, ຢ່າງໃດກໍຍັງຖືວ່ານາງຄົນນັ້ນຍັງມີນໍ້າໃຈດີໆໃຫ້ເຮົາຢູ່, ຖ້າບໍ່ມີນໍ້າໃຈແມ່ນເຮົາຖືກດ່າໄປແລ້ວ. 
➢ ເມື່ອຄູ່ສອນແຕ່ເຮົາບໍ່ເຂົ້າໃຈ:
- ໃຫ້ຄິດວ່າບໍ່ແມ່ນເຮົາສະໝອງປຶກ, ແຕ່ກໍຄິດວ່າຄູກໍສອນບໍ່ດີຄືກັນຈິ່ງບໍ່ສາມາດເຮັດໃຫ້ເຮົາເຂົ້າໃຈ ແລະ ມັນກໍເປັນສິ່ງໜຶ່ງທີ່ທ້າທາຍຄູເຊັ່ນກັນ, ຊື່ງຄູເອງກໍ່ຕ້ອງໄດ້ສະແຫວງຫາທັກສະໃຫມ່ຂື້ນເລື້ອຍໆ ແລະ ເຮົາຜູ້ນຶ່ງທີ່ຈະເຮັດໃຫ້ຄູເກັ່ງ. 
➢ ເມື່ອມີວຽກບ້ານຫຼາຍໃນມື້ພັກ:
- ໃຫ້ຄິດວ່າ (ສະບາຍໆ ) ເພາະເປັນກົນລະຍຸດຂອງຄູທີ່ຢາກທ້າທາຍຄວາມສາມາດຂອງເຮົາ.
- ວຽກບ້ານຫຼາຍຖືວ່າເປັນເລື້ອງດີເພາະເຮົາຈະໄດ້ຝຶກຕົນເອງໃຫ້ເປັນຄົນອົດທົນຫຼາຍຂື້ນ. 
➢ ເມື່ອອົກຮັກອີກ:
- ໃຫ້ຄິດວ່າ ບໍ່ເປັນຫຍັງ ? ເພາະວ່າເຮົາຈະໄດ້ຮຽນຮູ້ຊີວິດໄປອີກ, ທີ່ຜ່ານໆມານັ້ນເຮົາຍັງຮຽນບໍ່ທັນໝົດ ແລະ
ໃຫ້ກໍາລັງໃຈໂຕເອງວ່າຂະຫນາດຄົນຕາບອດກໍຍັງມີແຟນແລ້ວມື້ໜຶ່ງເຮົາກໍ່ຈະມີຄືເຂົາ. 
➢ ເມື່ອສັນຈອນຕິດຂັດ:
- ໃຫ້ຄິດວ່ານີ້ມັນແມ່ນສີ່ງປົກກະຕິທີ່ເຮົາຕ້ອງພົບ ແລະ ພົບຢູ່ເລື້ອຍ, ຖ້າເຮົາຈະໄປໃຈຮ້າຍເຮົາຄົງໄດ້ຮ້າຍຕະຫຼອດໄປແລ້ວ ເຮົາກໍ່ຈະເຕັມໄປດ້ວຍແຕ່ອາລົມຄຽດ, ໃຫ້ນັ່ງສະມາທິ, ຫາຍໃຈເຂົ້າເລິກໆ ແລະ ນັບເລກໄປເລື້ອຍໆແລ້ວເຮົາຈະລືມເລື່ອງການສັນຈອນຕິດຂັດ. 
☞ ຊີວິດທີ່ແທ້ຈິງ !
➢ ຄວາມຈິງຂອງຊີວິດຈະສອນໃຫ້ເຮົາຮູ້ຈັກຍອມຮັບເອົາການປະລະໄຊ, ສອນໃຫ້ເຮົາຮູ້ຈັກການເສຍ ່ນໍ້າຕາເພື່ອຈະໄດ້ຮອຍຍີ້ມຄືນກັບມາເປັນລາງວັນຕອບແທນ, ແຕ່ມັນກໍບໍ່ເຄີຍເຮັດໃຫ້ ໃຜຊີ້ນຫວັງຫມົດພະລັງ ແລະ ກາໍລັງໃຈໄປກັບຄວາມປາລາໄຊ.

Không có nhận xét nào:

Đăng nhận xét